ເຂື່ອນເຊປຽນເຊນໍ້ານ້ອຍ ເກົາຫຼີໃຕ້ເປັນຜູ້ສ້າງ
2012.10.23
ບໍຣິສັດ ໄຟຟ້າ ເຊປຽນ ເຊນໍ້ານ້ອຍ ຫລື PNPC ຊຶ່ງເປັນ ບໍຣິສັດ ຮ່ວມລົງທຶນ ຣະຫວ່າງ ບໍຣິສັດ ຜລິດໄຟຟ້າ ຣາຊບູຣີ ຂອງໄທ ບໍຣິສັດ SK Engineering and Construction ຂອງ ເກົາຫລີໃຕ້ ບໍຣິສັດ Korea Westen Power ຂອງ ຣັຖບານ ເກົາຫລີໃຕ້ ແລະ ບໍຣິສັດ Lao Holding ໄດ້ຖືກສ້າງຕັ້ງຂຶ້ນ ໃນເດືອນ ມິນາ 2012 ເພື່ອສ້າງເຂ່ືອນ ໄຟຟ້າ ເຊປຽນ ເຊນໍ້ານ້ອຍ ຂນາດ 410 MW ໃນມູນຄ່າ 1 ຕື້ ໂດລາ ສະຫະຣັດ.
ຫົວໜ້າຝ່າຍ ບໍຣິຫານ ຂອງ ບໍຣິສັດ ຜລິດໄຟຟ້າ ຣາຊບູຣີ ຂອງໄທ ເວົ້າວ່າ ເຂື່ອນດັ່ງກ່າວ ຈະໄດ້ ສໍາປະທານ ໃນກໍານົດ 27 ປີ ຊຶ່ງບໍຣິສັດ ຂອງທ່ານ ຖືຮຸ້ນສ່ວນ 25% ແລະຄາດວ່າ ການກໍ່ສ້າງ ຈະໄດ້ເລີ່ມ ໃນປີ 2013 ແລະ ຈະສາມາດ ຜລິດກະແສໄຟຟ້າ ໄດ້ໃນປີ 2018.
ປັດຈຸບັນ ບໍຣິສັດ ຣາຊບູຣີ ກໍາລັງເຈຣະຈາ ກັບທາງການ ໄຟຟ້າຂອງໄທ ກ່ຽວກັບ ສັນຍາຊື້ຂາຍ ໄຟຟ້າ ຈາກເຂື່ອນ ເຊປຽນ ເຊນໍ້ານ້ອຍ ເກືອບທັງໝົດ ໃຫ້ໄທ. ໂຄງການເຂື່ອນ ເຊປຽນ ເຊນໍ້ານ້ອຍ ຕັ້ງຢູ່ແຂວງ ຈໍາປາສັກ ເປັນໂຄງການທີ່ ກໍາລັງດໍາເນີນ ພາຍໃຕ້ແຜນການ ຮ່ວມມື ຣະຫວ່າງ ລາວແລະໄທ.
ໂຄງການນີ້ ຈະໄດ້ດໍາເນີນ ໄປເຖິງປີ 2045 ຫລັງຈາກນັ້ນ ກໍແມ່ນມອບ ໃຫ້ຣັຖບານ ສປປ ລາວ ເປັນກໍາມະສິດ. ຣັຖບານລາວ ຈະມີຣາຍຮັບ ຈາກການເກັບ ພາສີອາກອນ ຈາກເຂື່ອນດັ່ງ ກ່າວ ໃນແຕ່ລະປີ ເຖິງ 30 ລ້ານ ໂດລາ.