ຂ.ໄຊຍະບຸຣີຈັດຕັ້ງ ປົກປ້ອງຜູ້ອອກແຮງງານ

ສະຫະພັນ ແຮງງານ ແຂວງ ໄຊຍະບຸຣີ ໄດ້ຈັດຕັ້ງ ຜູ້ຕາງໜ້າ ຄົນງານ ຕາມໂຮງຈັກ ໂຮງງານຕ່າງໆ ເພື່ອປົກປ້ອງ ສິດທິ ແລະ ຜົນປໂຍດ ຂອງ ກັມມະກອນ.
ໂພໄຊສວັດ
2010.12.15

ກົດຟັງສຽງ

ໃນເວລາ ດຽວກັນ ກໍໄດ້ປັບປຸງ ລະບົບ ຈັດຕັ້ງຮາກຖານ ສະຫະພັນ ແຮງງານ ເພື່ອໃຫ້ມີ ຄວາມເຂັ້ມແຂງ ຂຶ້ນກວ່າເກົ່າ ດັ່ງທ່ານ ທອງສຸກ ໄຊຍະຣາດ ປະທານ ສະຫະພັນ ແຮງງານ ແຂວງໄຊຍະບຸຣີ ໄດ້ເວົ້າວ່າ:

"ກ່ຽວກັບການ ປົກປ້ອງສິດ ຜົນປໂຍດ ຂອງ ກັມມະກອນ ຢູ່ບັນດາ ໂຮງຈັກໂຮງງານ ນີ້ພວກເຮົາ ຈັດຕັ້ງກ່ຽວກັບ ຕົວແທນ ຜູ້ອອກແຮງງານ ຢູ່ບັນດາ ໂຮງຈັກໂຮງງານ ໂດຍແນໃສ່ ຄຸ້ມຄອງການ ນຳໃຊ້ ແຮງງານ ຂອງຜູ້ ບໍລິຫານ ໂຮງງານຕ່າງໆ ນີ້ໃຫ້ມີ ປະສິດທິພາບ ຂຶ້ນກວ່າເກົ່າ".

ທ່ານ ທອງສຸກ ເວົ້າຕໍ່ໄປວ່າ ນອກຈາກ ຈະສົ່ງ ຜູ້ຕາງໜ້າ ໄປປະຈຳຢູ່ ຕາມໂຮງງານ ເພື່ອປ້ອງກັນ ແລະ ຄຸ້ມຄອງ ກັມມະກອນ ແລ້ວ ຍັງໄດ້ນຳເອົາ ເອກກະສານ ດ້ານກົດໝາຍ ແຮງງານ ທີ່ກ່ຽວກັບ ສະຫະພັນ ແຮງງານ ລາວ ແລະ ເອກກະສານ ອື່ນໆ ທີ່ກ່ຽວກັບ ການໃຊ້ແຮງງານ ໄປເຜີຍແຜ່ ໃຫ້ບັນດາ ຜູ້ບໍລິຫານ ແລະ ຄົນງານ ໄດ້ສຶກສາ ຮຽນຮູ້ ເພື່ອ ໃຫ້ຊົນຊັ້ນ ກັມມະກອນ ມີບ່ອນອີງ ແລະ ບໍ່ໃຫ້ຖືກ ກົດຂີ່ຂົ່ມເຫັງ ຂູດຮີດ ແຮງງານ.

ສະຫະພັນ ແຮງງານລາວ ເຫັນວ່າການ ປົກປ້ອງ ແຮງງານ, ການຄຸ້ມຄອງ ສິດທິ ແລະ ສວັດດີການ ຂອງຜູ້ຂາຍ ແຮງງານ ຈະສົ່ງເສີມ ໃຫ້ຄົນງານ ມີກຳລັງໃຈ ໃນການເຮັດ ວຽກເຮັດການ ໃຫ້ມີປະສິດ ທິຜົນຫລາຍ ເພີ້ມຂຶ້ນ ດັ່ງນັ້ນນາຍຈ້າງ ແລະ ຜູ້ອອກແຮງງານ ຈຶ່ງຈຳເປັນ ຕ້ອງເຂົ້າໃຈ ກົດໝາຍແຮງງານ ເພື່ອຫລຸດຜ່ອນ ຂໍ້ຂັດແຍ່ງ ທີ່ອາດຈະ ເກີດຂຶ້ນ ຊຶ່ງຈະກະທົບ ກະເທືອນ ຕໍ່ຜົນຜລິດ ໂດຍຮວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.