ການຕໍ່ຕ້ານເຂື່ອນ ໃນໄທຂຍາຍໂຕ

ການຕໍ່ຕ້ານ ໂຄງການ ເຂື່ອນ ໄຊຍະບູຣີ ໃນ ປະເທດໄທ ຂຍາຍ ໂຕຂື້ນ.
ສົມເນ
2012.05.02
F-stop-killing-mekong ການປະທ້ວງ ຕໍ່ຕ້ານການ ສ້າງເຂື່ອນ ໄຊຍະບູຣີ ກໍາລັງຂຍາຍໂຕ ກໍາພູຊາ ກໍເລີ້ມອອກໜ້າ ຂັດຂວາງ
RFA

ກົດຟັງສຽງ

ໃນວັນທີ່ 30 ເມສາ ນີ້ ຜູ້ຕາງໜ້າ ຈາກ 130 ອົງກອນ ຂອງການ ຈັດຕັ້ງ ມະຫາຊົນ ໄດ້ພິມຖ້ອຍ ຖແລງ ເພື່ອສນັບສນູນ ແຜນການ ພັທນາພລັງງານ ທາງເລືອກໃໝ່ ແທນການ ສ້າງເຂື່ອນ ໄຊຍະບູຣີ ໃສ່ ແມ່ນໍ້າ ຂອງ ຂອງລາວ. ລາຍງານ ຂອງອົງການ ແມ່ນໍ້າ ສາກົນ ທີ່ອ້າງຕາມ ລາຍງານ ຂອງນັກຊ່ຽວຊານ ດ້ານພລັງງານ ວ່າບໍ່ຕ້ອງການ ໄຟຟ້າ ຈາກເຂື່ອນ ໄຊຍະບູຣີ ເພື່ອຕອບສນອງ ຄວາມຕ້ອງການ ພລັງງານໄຟຟ້າ
ໃນປະເທດໄທ. ແຜນການ ພັທນາພລັງງານ ສໍາລັບປີ 2012 ສະເໜີໂດຍ ຍານາງ ຊື່ນຊົມ ສະງ່າຣາສີ Greacen ແລະ ດຣ. Chris Greacen ນັກຊ່ຽວຊານ ດ້ານພລັງງານ ທີ່ສົ່ງຂື້ນໄປ ຍັງຣັຖບານໄທ ເມື່ອ ອາທິດ ທີ່ແລ້ວນີ້ ມີໃຈຄວາມ ໃນຕອນນື່ງວ່າ:

"ຖ້າຫາກວ່າ ພວກເຮົາລົງທືນ ໃສ່ການ ຄຸ້ມຄອງ ພລັງງານ ໃຫ້ດີ ລົງທືນໃສ່ ພລັງງານ ຍືນຍົງ ການຜລິດ ພລັງງານ ແບບມີ ປະສິດທິພາບ ຣາຄາການໃຊ້ ໄຟຟ້າ ບໍ່ພຽງ ແຕ່ຖືກລົງ ແລະ ເຮົາຈະຫລີກລຽງ ບໍ່ສ້າງ ໂຮງໄຟຟ້າ ພລັງງານ ປະຣາມານູ ຫລີກລຽງການ ນໍາເຂົ້າໄຟຟ້າ ຈາກເຂື່ອນ ໄຊຍະບູຣີ ແລະ ພວກເຮົາບໍ່ຕ້ອງ ການສ້າງ ໂຮງໄຟຟ້າ ພລັງງານ ຖ່ານຫີນໃໝ່. ພວກເຮົາມີທາງ ເລືອກທີ່ດີກ່ວາ".

ຕາມແຜນການ ທີ່ຮຽກຮ້ອງ ໃຫ້ລົງທືນ ໃສ່ພລັງງານ ທີ່ບໍ່ໝົດເປັນ ຈັກເທື່ອນີ້ ແລະ ການລົງທືນ ໃສ່ພລັງງານ ທາງເລືອກອື່ນໆ ອາດຈະເຮັດ ໃຫ້ຣາຄາ ຄ່າໃຊ້ໄຟຟ້າ ຫລຸດລົງ ເຖິງ 12% ພາຍໃນປີ 2030. ຍານາງ ຊື່ນຊົມ ສະງ່າຣາສີ ວ່າ ການວາງແຜນ ພລັງງານ ຂອງໄທ ຢູ່ໃນ ສະພາບວິກິດ ການປະເມີນ ຄວາມຕ້ອງການ ພລັງງານ ເກີນຂອບເຂດ ມາຕຣອດນີ້ ໄດ້ນໍາໄປສູ່ ການລົງທືນ ເກີນຄວາມ ຕ້ອງການ ແລະສິ້ນເປືອງ ເສຖກິດ ແລະ ຕໍ່ຜູ້ໃຊ້ ໄຟຟ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 02, 2012 10:35 PM

ບ່ອນໄດມີການກົດ,ຄວາມດັນຄືນຍ່ອມຈະເກີດຂຶ້ນໄດ້ ອັນໄດມີການພິດພາດ,ສິ່ງນັ້ນຍ່ອມມີການປະນາມ ສະນັ້ນຈົ່ງ ຄິດດີ,ເວົ້າດີ ແລະ ປະຕິບັດດີ ເສັຍເທີ້ນ ເພື່ອໄດ້ຮັບບຳເນັດ ດ້ວຍການໃຫ້ ອະໄພແລະຍ້ອງຍໍສັລເສີນດ້ວຍກຽດແລະສັກສີ.