ກອງປະຊຸມກໍາພູຊາ ຈະຫາລືເຣື້ອງເຂື່ອນໃນລາວ
2011.03.08
ກົດຟັງສຽງ
ຄນະກັມມະທິການ ແມ່ນ້ຳຂອງ ໄດ້ໃຫ້ຄຳແນະນຳ ໃຫ້ເລືຶ່ອນເວລາ ການສ້າງເຂຶ່ອນ ໄຊຍະບູຣີ ອອກໄປກ່ອນ ເພາະຈະສົ່ງຜົລ ກະທົບ ຕໍ່ວິຖີຊິວິດ ຂອງປະຊາຊົນ ຫລາຍລ້ານຄົນ ຜູ້ທີ່ອາສັຍ ຫາຢູ່ຫາກິນ ຕາມແມ່ນ້ຳສາຍນີ້ ໃນແຕ່ລະມື້.
ເຂຶ່ອນດ່ັງກ່າວ ຈະສ້າງໃສ່ ແມ່ນ້ຳຂອງ ຕອນໃຕ້ແຂວງ ຫລວງພຣະບາງ ຢູ່ທີ່ແຂວງ ໄຊຍະບຸຣີ ແລະ ກໍ່ຖືກຕ້ານຈາກ ກຸ່ມປົກປ້ອງ ສິ່ງແວດລ້ອມ ໃນປະເທດ ລຸ່ມແມ່ນ້ຳຂອງ ຫລາຍປະເທດ ດັ່ງວຽດນາມ ແລະ ໄທ ຊຶ່ງເປັນພາກສ່ວນ ຂອງບັນດາ ປະເທດສະມາຊິກ ແມ່ນ້ຳຂອງ.
ກຸ່ມດ່ັງກ່າວບອກວ່າ ເຂຶ່ອນໄຊຍະບູຣີ ຈະສົ່ງຜົລກະທົບ ອັນໃຫຍ່ຫລວງ ຕໍ່ປະເທດໃຕ້ນ້ຳ ໂດຍສະເພາະ ປະຊາຄົມ ຊາວປະມົງ ໃນເຂດຕົງເລສາບ ຂອງກຳພູຊາ ແລະເຂດປາກ ແມ່ນ້ຳສາມຫລ່ຽມ ທີ່ວຽດນາມ ຊຶ່ງເປັນອູ່ເຂົ້າອູ່ນ້ຳ ຂອງວຽດນາມ.
ນອກຈາກນັ້ນ ພື້ນທີ່ ທີ່ຈະສ້າງເຂຶ່ອນ ໄຊຍະບູຣີ ຍັງຕັ້ງຢູ່ເທິງ ຮອຍແຕກ ຂອງບ່ອນທີ່ມີ ແຜ່ນດີນໄຫວ ເກີດຂື້ນເມື່ອເດືອນກ່ອນ ແລະ ຫລາຍພາກສ່ວນ ກໍ່ຢ້ານວ່າ ການສ້າງເຂຶ່ອນ ໄຊຍະບູຣີ ຈະເປັນການ ເປີດຫົນທາງ ໃຫ້ມີການສ້າງເຂຶ່ອນ ໃສ່ແມ່ນ້ຳຂອງ ຫລາຍຂຶ້ນ ໃນອະນາຄົດ ຕາມແຜນການ ທີ່ໄດ້ວາງໄວ້ ຈາກປະເທດ ລຸ່ມແມ່ນ້ຳຂອງ.