ເຂດແຜ່ນດິນໄຫວແມ່ນຈຸດ ໃກ້ເສັ້ນອັນຕຣາຍ

ນັກທໍຣະນີວິທຍາ ວ່າ ຈຸດທີ່ເກີດ ແຜ່ນດິນໄຫວ ຢູ່ແຂວງ ໄຊຍະບູຣີ ແມ່ນຢູ່ໃກ້ເສັ້ນ ອັນຕຣາຍ ບ່ອນທີ່ມີ ຊັ້ນຫີນຫັກ ໃນໃຕ້ພື້ນດິນ.
ຫວາດ ສີມູນ
2011.02.28
F-Xayaburi-quake ຈຸດເລີ້ມຂອງແຜ່ນດິນໄຫວຢູ່ຣະຫວ່າງເມືອງທົ່ງແລະເມືອງພຽງ ຂ.ໄຊຍະບຸຣີ
RFA

ກົດຟັງສຽງ

ເຫຕກາຣ ແຜ່ນດິນໄຫວ ຢູ່ແຂວງ ໄຊຍະບູຣີ ໃນມື້ວັນພຸທ ທີ່ຜ່ານມານັ້ນ ຍິ່ງເຮັດໃຫ້ ນັກສັງເກດກາຣ ມີຄວາມເປັນຫ່ວງ ນໍາໂຄງກາຣ ທີ່ຣັຖບາລ ສປປລາວ ຈະສ້າງເຂື່ອນ ພລັງນ້ຳ ໃສ່ແມ່ນ້ຳຂອງ ໃນເຂຕແຂວງ ໄຊຍະບູຣີ.

ໜັງສືພີມ ວຽງຈັນໄທມສ໌ ຣາຍງານວ່າ ເຖິງແມ່ນຄວາມແຮງ ຂອງແຜ່ນດິນໄຫວ ຈາກກາຣຄາດເຄື່ອນ ຫລືຊັ້ນຫີນ ໃນພື້ນດິນຫັກ ທີ່ວັດແທກໄດ້ແຕ່ 4.7 ຕາມເຄື່ອງວັດແທກ ຣິຄເຕີ໊ຣ໌ (Richter) ແຕ່ກໍບໍ່ມີ ຣາຍງານ ຄວາມເສັຽຫາຍ ແຕ່ຢ່າງໃດ, ແຕ່ກໍມີຄວາມ ສັ່ນສະເທືອນ ໄປຮອດຕົວ ນະຄອນຫລວງ ວຽງຈັນ ທີ່ຢູ່ຫ່າງໄກ ຈາກບ່ອນເກີດເຫຕ ເຖິງ 140 ກິໂລແມ໊ຕ ຊຶ່ງເຮັດໃຫ້ ນັກວິຊາກາຣ ແລະ ນັກທໍຣິນີສາຕ ມີຄວາມເປັນຫ່ວງ ນຳໂຄງກາຣສ້າງເຂື່ອນ ໄຊຍະບູຣິ ຂອງຣັຖບາລລາວ ນັ້ນນຳດ້ວຍ.

ຍານາງເປຣມຣູດີ ດາວເຮືອງ ຜູ້ອຳນວຍກາຣ ຂອງອົງກາຣແນວຮ່ວມ ແລະ ຟື້ນຟູ ສະພາບແວດລ້ອມ ຫລື TERRA ຂອງໄທຽໄດ້ກ່າວວ່າ ບໍຣິເວນ ທີ່ຈະມີກາຣ ກໍ່ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໃນໄຊຍະບູຣີ ດັ່ງກ່າວ ຢູ່ໃກ້ກັບເສັ້ນ ຊັ້ນຫີນທີ່ຄາດເຄື່ອນ ເສັ້ນດຽວກັບ ທີ່ພົບເຫັນຢູ່ທາງ ພາຄເໜືອ ໃນປະເທສໄທຽ ແລະ ອາຈຈະມີກາຣ ແຕກຫັກຕື່ມອີກ ໃນອະນາຄົຕ ອັນໃກ້ກໍເປັນໄດ້.

ໃນປີ 2007 ຜ່ານມາ ກໍມີເຫຕກາຣ ແຜ່ນດິນໄຫວ ຢູ່ແຂວງບໍ່ແກ້ວ ທາງພາຄເໜືອຂອງລາວ ເຊັ່ນກັນ ທີ່ວັດແທກ ໄດ້ເຖິງ 6.1 ຣິຄເຕີ້ຣ໌ ທີ່ຍິ່ງເຮັດໃຫ້ ບັນດາ ນັກທໍຣະນີວິທຍາ ມີຄວາມເປັນຫ່ວງ ໂດຽ ສະເພາະທີ່ວ່າ ທາງກາຣລາວ ຍັງຈະມີໂຄງກາຣ ສ້າງເຂື່ອນຫລາຍແຫ່ງ ໃສ່ແມ່ນ້ຳຂອງ ດັ່ງກ່າວນີ້ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.