ເຂື່ອນໄຊຍະບຸຣີ ອາຈບັ່ນທອນ ຣະບົບນິເວດ

ອົງການ ກອງທຶນ ອະນຸຮັກ ສັດປ່າ ຢ້ານວ່າ ການສ້າງ ເຂື່ອນ ໄຊຍະບຸຣີ ຈະທໍາລາຍ ລະບົບ ນິເວດ ໃນ ແມ່ນໍ້າຂອງ.

ອົງການ ກອງທຶນ ອະນຸຮັກ ສັດປ່າ ເປັນອົງການ ທີ່ພົວພັນ ກັບສັດໃນນໍ້າ ແລະເທິງບົກ ໃນປ່າເລິກ ຫລືຕາມບ້ານ ເພື່ອບໍ່ໃຫ້ ສູນພັນ
ອົງການ ກອງທຶນ ອະນຸຮັກ ສັດປ່າ ເປັນອົງການ ທີ່ພົວພັນ ກັບສັດໃນນໍ້າ ແລະເທິງບົກ ໃນປ່າເລິກ ຫລືຕາມບ້ານ ເພື່ອບໍ່ໃຫ້ ສູນພັນ (Marcel)

0:00 / 0:00

ກົດຟັງສຽງ

ອົງການ ກອງທຶນ ອະນຸຮັກ ສັດປ່າ ຫລື WWF ປະຈໍາ ປະເທດໄທ ເປີດເຜີຍວ່າ ທາງອົງການ ໄດ້ສຶກສາ ຄົ້ນຄວ້າ ແລະ ພົບວ່າ ຫາກ ເຂື່ອນ ໄຊຍະບຸຣີ ມີຂື້ນ ແທ້ແລ້ວ ມັນກໍຈະສົ່ງ ຜົນກະທົບ ຕໍ່ລະບົບ ນິເວສ ແລະ ສັດນໍ້າ ທີ່ອາສັຍ ຢູ່ໃນ ແມ່ນໍ້າຂອງ ຢ່າງແນ່ນອນ. ດຣ. ສຸບປະສຸກ ປາດັບສຸກ ຜູ້ປະສານງານ ນະໂຍບາຍ ອົງການ WWF ແຫ່ງ ປະເທດໄທ ກ່າວວ່າ:

"ຖ້າເປັນຫລັກໆ WWF ຈະເບິ່ງເຖິງ ຜົນກະທົບ ດ້ານການ ປະມົງ ແລະ ຄວາມຫລາກຫລາຍ ທາງດ້ານ ຊີວະພາບ ຊຶ່ງການສ້າງ ເຂື່ອນ ຊຶ່ງຈະມີ ບັນໄດປາ ມັນບໍ່ໄດ້ ຖືກອອກແບບ ມາເພື່ອປາ ໃນ Tropical Zone ຊຶ່ງມັນມີ ຫລາກຫລາຍ ທາງດ້ານ ວົງຈອນ ຊີວິດ".

ດຣ ສຸບປະສຸກ ກ່າວຕໍ່ ໄປວ່າ ນັບແຕ່ນີ້ໄປ ທາງອົງການ WWF ຈະເລີ້ມ ເຜີຍແພ່ ຂໍ້ມູນຈາກ ການສຶກສາ ຄົ້ນຄວ້າ ກ່ຽວກັບ ເຂື່ອນ ໄຊຍະບຸຣີ ເພື່ອໃຫ້ຄົນ ທົ່ວໄປ ມີຄວາມເຂົ້າໃຈ ເຖິງຜົນ ກະທົບ ທີ່ຈະເກີດຂຶ້ນ ຕໍ່ ລະບົບ ນິເວດ ແລະ ສັດນໍ້າ ຫາກມີ ການກໍ່ສ້າງ ເຂື່ອນ ແທ້. ພ້ອມດຽວກັນ ກໍຈະປຶກສາ ຫາລື ກັບ ຄນະກັມມາທິການ ແມ່ນໍ້າຂອງ ປະເທດໄທ ແລະ ທະນາຄານ ທີ່ຈະປ່ອຍ ເງິນກູ້ຢືມ ເພື່ອການ ກໍ່ສ້າງ ເຂື່ອນ ໄຊຍະບຸຣີ ວ່າຄວນຄິດ ເຖິງຜົນ ກະທົບ ຕໍ່ສິ່ງ ແວດລ້ອມ ດ້ວຍ.

ດຣ. ສຸບປະສຸກ ກ່າວວ່າ ອົງການ WWF ບໍ່ໄດ້ ຕໍ່ຕ້ານ ການສ້າງ ເຂື່ອນ ຜລິດໄຟຟ້າ ໂດຍກົງ ແຕ່ຄວນ ພິຈາຣະນາ ກ່ຽວກັບ ບັນຫາ ສະພາບ ແວດລ້ອມ ໃຫ້ລອບຄອບ. ດຣ. ສຸບປະສຸກ ກ່າວວ່າ:

"ບໍ່ແມ່ນ ການຕໍ່ຕ້ານ ການສ້າງ ເຂື່ອນ ພະລັງນໍ້າ ເປັນຫລັກ ແຕ່ທາງເຮົາ ສນັບສນູນ ໃຫ້ມີການ ພັທນາ ເຂື່ອນ ພະລັງນໍ້າ ຢ່າງຖາວອນ ໂດຍທີ່ຕັ້ງ ເຂື່ອນນີ້ ເຮົາ ສນົບສນູນ ໃນແມ່ນໍ້າ ສາຂາ ບໍ່ແມ່ນ ແມ່ນໍ້າ ສາຍຫລັກ ເພາະ ແມ່ນໍ້າ ສາຍຫລັກ ເປັນເສັ້ນເລືອດໃຫຍ່".

ດຣ. ສຸບປະສຸກ ອະທິບາຍວ່າ ການສ້າງ ເຂື່ອນ ໃສ່ ແມ່ນໍ້າ ສາຂາ ຈະສົ່ງຜົນ ກະທົບ ຕໍ່ລະບົບ ນິເວດ ໜ້ອຍກວ່າ, ແຕ່ຫາກ ຫລີກລ້ຽງ ບໍ່ໄດ້ ກໍຄວນສຶກສາ ກ່ຽວກັບ ສະພາບ ແວດລ້ອມ ໃຫ້ຮອບຄອບ.