ວັນສິ່ງແວດລ້ອມ ສາກົນ
2012.06.06
ເພື່ອສລອງວັນ ສິ່ງແວດລ້ອມໂລກ ເຈົ້າໜ້າທີ່ ສະຫະປະຊາຊາດ ໄດ້ຊີ້ໃຫ້ເຫັນ ເຖິງຄວາມຈໍາເປັນ ໃນການປ່ຽນແປງ ຄວາມຄິດ ແລະ ການກະທໍາຕ່າງໆ ທີ່ຈະເຮັດໃຫ້ ຊັພຍາກອນ ທັມມະຊາດ ຢູ່ໄປໄດ້ຢ່າງຍືນຍົງ ໃນຂະນະ ທີ່ຈໍານວນ ປະຊາກອນ ຂອງໂລກກໍາລັງ ຂຍາຍໂຕ.
ເລຂາທິການ ສະຫະປະຊາຊາດ ທ່ານ ບານກີມູນ ກ່າວວ່າ “ຫາກຈະໃຫ້ ຊັພຍາກອນ ທັມມະຊາດ ເຫລືອຢູ່ໄດ້ ຢ່າງຍືນຍົງ ຕ້ອງມີ ຄວາມສົມດຸນ ລະຫວ່າງ ການພັທນາ ເສຖກິດສັງຄົມ ແລະ ການທໍາລາຍ ສິ່ງແວດລ້ອມ”. ທ່ານກ່າວ ຕໍ່ໄປວ່າ "ພວກເຮົາຕ້ອງໄດ້ປ່ຽນ ຄວາມຄິດ ດັ້ງເດີມທີ່ວ່າ ຫາກຈະສ້າງສາ ພັທນາ ກໍຕ້ອງໄດ້ ເສັຍສລະ ຊັພຍາກອນ ທັມມະຊາດ”.
ຂໍ້ຖແລງ ປະຈໍາມື້ ສໍາຄັນຂອງ ທ່ານ ບານກີມູນ ກໍແມ່ນ “ຫາກມີ ນະໂຍບາຍ ທີ່ສລາດ ແລະ ມີການລົງທຶນ ທີ່ຖືກຕ້ອງ ຫລາຍປະເທດ ຈະສາມາດ ປົກປ້ອງ ສິ່ງແວດລ້ອມ ໃນເວລາດຽວກັນ ກໍຈະສາມາດ ຂຍາຍເສຖກິດ ສ້າງວຽກງານ ແລະ ສົ່ງເສີມ ພັທນາສັງຄົມໄດ້”.
ການເລີ້ມ ລະລຶກເຖິງມື້ ສິ່ງແວດລ້ອມໂລກ ມີມາແຕ່ປີ 1972 ເປັນວິທີ ສ້າງຈິດສໍານຶກ ໃຫ້ສິ່ງແວດລ້ອມ ແລະ ສົ່ງເສີມ ໃຫ້ຝ່າຍການເມືອງ ມີຄວາມສົນໃຈ ແລະ ເອົາມາຕການ ປົກປ້ອງ ສິ່ງແວດລ້ອມ.
ເລຂາທິການ ສະຫະປະຊາຊາດ ເນັ້ນຢໍ້າວ່າ ພົລເມືອງຂອງໂລກ ນັບມື້ນັບ ມີຫລາຍເພີ້ມຂຶ້ນ ນັບມື້ຈະສ້າງ ຄວາມກົດດັນໃຫ້ ຊັພຍາກອນ ທັມມະຊາດ ເຊັ່ນອາຫານ ການກິນ ນໍ້າ ແລະ ພະລັງງານ ແລະ ທຸກໆປະເທດ ໃນໂລກຕ້ອງ ໄດ້ປ່ຽນວິທີ ໃນການພັທນາ ເພື່ອແກ້ໄຂ ເຮັດໃຫ້ ພົລເມືອງຂອງຕົນ ມີຊັພຍາກອນ ທັມມະຊາດ ເຫລືອຢູ່ໄດ້ ຢ່າງຍືນຍົງ.