ຊາວນະຄອນຫລວງ ວຽງຈັນ ທ່ານນື່ງ ເວົ້າວ່າ ການທີ່ທາງການ ໃຫ້ນັກລົງທຶນ ຕ່າງປະເທດ ເຂົ້າມາ ພັທນາ ເຂດໜອງທາ ເມືອງ ຈັນທະບູຣີ ໃຫ້ເປັນແຫລ່ງ ສູນການຄ້າ ໂດຍຈະຖົມ ໜອງທາ ນັ້ນ ຈະສົ່ງຜົລກະທົບ ຕໍ່ ສະພາບແວດລ້ອມ ລາຍໃຫຍ່ ເພາະໜອງທາ ເປັນບຶງ ທີ່ຮອງຮັບ ນ້ຳເສັຽ ຈາກເຂດຕ່າງໆ ໃນເມືອງ ບໍ່ວ່າຈະເປັນ ຍາມຝົນ ຫລືຍາມແລ້ງ ຕໍ່ໄປອາດຈະເກີດ ນ້ຳຖ້ວມໄດ້. ເລົາເວົ້າວ່າ:
"ຖົມໜອງທາ ນີ້ຂະເຈົ້າ ກໍບໍ່ໄດ້ຫ່ວງ ຜົລກະທົບ ໃນອະນາຄົດ ທີ່ຈີງໜອງທາ ເປັນບຶງກາງ ນະຄອນຫລວງ ທີ່ຈະຮອງຮັບ ນ້ຳໃນນະຄອນຫລວງ ເວລາຝົນຕົກ ຫຍັງກໍລົງ ໄປຫັ້ນ ເປັນແກມບຣີ້ງ ຢູ່ໃນອັນນັ້ນ ແລ້ວຕອນນີ້ ຂະເຈົ້່າກໍໃຫ້ ສຳປະທານ ຖ້າໃນ ອະນາຄົດ ຂ້າງຫນ້າ ຖ້າຝົນຕົກນ້ຳ ກໍຈະຖ້ວມ".
ເລົາເວົ້າ ຕໍ່ໄປວ່າ ປັດຈຸບັນນີ້ ບໍ່ວ່າຈະໄປ ທາງໃດ ກໍໄດ້ຍີນ ປະຊາຊົນ ຈົ່ມກ່ຽວກັບ ບັນຫາ ດັ່ງກ່າວ ຍ້ອນຫລາຍຄົນ ເປັນຫ່ວງຢ້ານວ່າ ການຖົມໜອງທາ ຈະເຮັດໃຫ້ ນ້ຳຖ້ວມບ້ານ ຂະເຈົ້າ ໃນຍາມຝົນ ແລະ ຫລາຍຄົນ ກໍໃຫ້ ຄວາມເຫັນວ່າ ຈຳເປັນບໍ ທີ່ຈະຖົມໜອງທາ ແທນທີ່ຈະໄປ ພັທນາ ບ່ອນອື່ນ.
ເລົາວ່າ ນີ້ເປັນອີກ ກໍຣະນີນື່ງ ທີ່ຣັຖບານ ບໍ່ໃຫ້ຄວາມສົນໃຈ ຕໍ່ຄວາມກົງວັນ ຂອງ ປະຊາຊົນ ກັບບັນຫາ ທີ່ຈະເກີດຂື້ນ ແກ່ພວກຂະເຈົ້າ ໃນອະນາຄົດ ຕົງກັນຂ້າມ ຣັຖບານ ກັບໃຫ້ຄວາມ ສົນໃຈ ກຸ່ມນັກລົງທຶນ ຕ່າງຊາດ ຫລາຍກວ່າ ທີ່ຈະຮັບຟັງ ຄວາມຮ້ອງທຸກ ຂອງ ປະຊາຊົນ.
ອິງຕາມຂໍ້ມູນ ຈາກກະຊວງ ວາງແຜນ ແລະ ການລົງທຶນ ການຖົມດິນ ໃນບຶງໜອງທາ ນັ້ນ ເປົ້າຫມາຍ ເພື່ອສ້າງເປັນ ສວນ ສາທາຣະນະ ຫ້າງສັພສີນຄ້າ ໂຮງແຮມ ແຫລ່ງທ່ອງທ່ຽວ ແລະ ອື່ນໆ ຊຶ່ງໃນ ປັດຈຸບັນ ໂຄງການດັ່ງກ່່າວ ຢູ່ໃນຂັ້ນຕອນ ວຽກງານ ຖົມໜອງ ແລະ ປັບຫນ້າດິນ ທັງໄດ້ລົງມື ກໍ່ສ້າງໄປແລ້ວ ບາງສ່ວນ.
ການພັທນາ ສູນ ສັພສິນຄ້າ ແລະ ສວນ ສາທາຣະນະ ຕ່າງໆໃນເຂດ ນະຄອນຫລວງ ວຽງຈັນ ກໍມີຫລາຍແລ້ວ ທີ່ຜ່ານມາ ກໍບໍ່ມີຜູ້ໃດ ເຂົ້າໄປທ່ຽວຫລີ້ນ ແລະ ກໍປະຮ້າງ ຫລາຍບ່ອນແລ້ວ ແລະ ນັກລົງທຶນ ກໍຫນີໄປ ອາດໄດ້ຮັບ ການຊ່ອຍເຫລືອ ຈາກໂຄງການ ຕ່າງໆ ໃນການສ້າງ.