ທະນາຄານໂລກຊ່ວຍ ປັບປຸງແມ່ນໍ້າຂອງ

ທະນາຄານ ໂລກ ໃຫ້ເງິນ ຊ່ວຍເຫລືອ ຈໍານວນ 8 ລ້ານ ໂດລາ ສະຫະຣັດ ສໍາລັບ ປັບປຸງ ຊັພຍາກອນ ໃນແມ່ນໍ້າຂອງ.
ສົມເນ
2012.04.06
F-World-bank ເຄື່ອງໝາຍຂອງ ທະນາຄານໂລກ
wb

ກົດຟັງສຽງ

ທະນາຄານໂລກ ມອບເງິນ ຊ່ວຍເຫລືອລ້າ $8 ລ້ານ ໂດລາ ສະຫະຣັດ ແກ່ ກັມມາທິການ ແມ່ນໍ້າຂອງ MRC ເພື່ອສົ່ງເສີມ ການຄຸ້ມຄອງ ແຫລ່ງ ຊັພຍາກອນ ນໍ້າ ຕາມການ ເປີດເຜີຽ ຂອງ ເຈົ້າໜ້າທີ່ MRC ໃນ ນະຄອນຫລວງ ວຽງຈັນ.

ການລົງນາມ ສັນຍາ ການສນັບສນູນ ທາງການເງິນ ໄດ້ມີຂື້ນ ລະຫ່ວາງ ທ່ານ Hans Guttman ຫົວໜ້າ ບໍຣິຫານ MRC  ກັບ ມາດາມ Annette Dixon ຫົວໜ້າ ທະນາຄານໂລກ ພາກພື້ນເອເຊັຽ ແລະ ມົງໂກເລັຽ ຢູ່ທີ່ ນະຄອນຫລວງ ວຽງຈັນ ເມື່ອວັນພຸດ ນີ້.

ເງິນຈໍານວນ ດັ່ງກ່າວ ແມ່ນສໍາລັບ ການຊ່ວຍເຫລືອ ລະຍະ 5 ປີ ຈາກປີ 2012-2017 ແນໃສ່ ພາຣະກິຈ ການປືກສາ ຫາລືກັນ ແລະ ຈັດຕັ້ງ ປະຕິບັດ ໂຄງການໂຕຢ່າງ ກ່ຽວກັບ ການຄຸ້ມຄອງ ຊັພຍາກອນນໍ້າ ລະຫ່ວາງ ປະເທດລຸ່ມ ແມ່ນໍ້າຂອງ ລາວ ໄທ ກໍາພູຊາ ແລະວຽດນາມ ແລະ ຈະຊ່ວຍ ຕັ້ງກົນໄກ ເພື່ອ ປະສານງານ ກ່ຽວກັບ ຄວາມສ່ຽງຕໍ່ ຜົນກະທົບ ແລະ ການຄຸ້ມຄອງ ຄວາມສ່ຽງ ຕໍ່ພັຍພິບັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 06, 2012 04:52 AM

ຂໍໃຫ້ເຈຕະນາລົມ ຂອງທາງທະນາຄານໂລກຈົ່ງ ໄດ້ປະສົບຜົລສຳເຣັຈຕາມຄວາມເປັນຈິງແດ່ທ້ອນ ເພື່ອຄວາມຍືນຍົງຄົງຕະພັນ ຂອງຊີວິດທຸກຊະນິດ ໃນແມ່ນ້ຳລຳທານສາຍນີ້ໄດ້ຢັ້ງຢືນ ຍືນຍົງສືບຕໍ່ໄປພາຍຫນ້າ.