MRC ໃນໄທເຜີຍວ່າ ລາວບໍ່ໄປຕາມກົດ
2012.11.19

ທີ່ກອງປະຊຸມ ພາຍໃຕ້ຫົວຂໍ້ ເຂື່ອນ ໄຊຍະບູຣີ ອະນາຄົດ ແມ່ນໍ້າຂອງ ຊຶ່ງໄດ້ຈັດຂຶ້ນ ຢູ່ ຣັຖສະພາໄທ ເມື່ອວັນທີ 15 ພຶສຈິກາ 2012 ຍານາງ ຜະກາວັນ ຈຸຟ້າມະນີ ຜູ້ອໍານວຍການ ສໍານັກ ບໍຣິຫານ ຈັດການ ລຸ່ມນໍ້າຂອງ MRC ໃນໄທ ໄດ້ເປີດເຜີຍວ່າ ກັມມາທິການ ແມ່ນໍ້າ ຂອງໄທ ພະຍາຍາມ ທີ່ຈະຂໍ ຂຍາຍເວລາ ການປຶກສາ ຫາລື ລ່ວງໜ້າ ແລະ ຂໍ້ຕົກລົງ PNPCA ຂອງໂຄງການ ເຂື່ອນ ໄຊຍະບູຣີ ອອກໄປ ເພື່ອສອບຖາມ ຄວາມຄິດ ຄວາມເຫັນ ຂອງຊາວບ້ານ ໃຫ້ຫຼາຍ ແລະ ຄອບຄຸມ ຂື້ນ. ແຕ່ ໃນກອງປະຊຸມ ປະເທດ ສະມາຊິກ MRC ຄະນະ ຜູ້ແທນ ສປ ປລາວ ໄດ້ປະຕິເສດ ຄໍາຮ້ອງຂໍ ດັ່ງກ່າວ ໂດຍຖືວ່າ ຂະບວນການນັ້ນ ສໍາເຣັດໄປແລ້ວ ດັ່ງຍານາງ ເວົ້າວ່າ:
"ໃນຣະບຽບ ປະຕິບັດ ຂຽນໄວ້ວ່າ ໃນກໍຣະນີ ທີ່ປະເທດ ສະມາຊີກ ຮ້ອງຂໍໃຫ້ ມີການສຶກສາ ຫລື ເວລາການ ພິຈາຣະນາ ບັນຫາໃດນຶ່ງ ຕ້ອງມີ ມະຕິ ເປັນເອກກະສັນ ເອກກະສັນ ກໍຄື 4 ປະເທດຕ້ອງ ເຫັນພ້ອມ ນໍາກັນ. ໃນເມື່ອລາວ ບໍ່ເຫັນດີນໍາ ທ່່າທີໄທ ທີ່ຂໍໃຫ້ ຂຍາຍເວລາ ອອກໄປຕື່ມ ກໍຖື່ວ່າ ແລ້ວ".
ຍານາງ ຜະກາວັນ ວ່າ ຕາມຣະບຽບ ຂອງ MRC ຂັ້ນຕົ້ນ ການປຶກສາ ຫາລືລ່ວງໜ້າ ແລະ ຂໍ້ຕົກລົງ ຊຶ່ງມີໄວ້ ສອບຖາມ ຄວາມຄິດ ຄວາມເຫັນ ຂອງຊາວບ້ານ ໃນພື້ນທີ່ນັ້ນ ມີຣະຍະ ເວລາ 6 ເດືອນ. ສໍາລັບ ໂຄງການເຂື່ອນ ໄຊຍະບູຣີ ແມ່ນເລີ່ມແຕ່ຊ່ວງ ເດືອນ ຕຸລາ ມາເຖິງ ວັນທີ 21 ເມສາ 2011. ກ່ອນຈະໝົດ ຣະຍະເວລາ MRC ກໍໄດ້ນັດ ປະເທດ ສະມາຊິກ ປະຊຸມ ໃນວັນທີ 19 ເມສາ 2011 ເພື່ອຂຍາຍ ເວລາ ການປຶກສາ ຫາລື ລ່ວງໜ້າ ແລະ ຂໍ້ຕົກລົງ ອອກໄປອີກ ແຕ່ຝ່າຍລາວ ບໍ່ເຫັນດີນໍາ.
ເມື່ອເປັນດັ່ງນັ້ນ ກໍໝາຍຄວາມວ່າ ຂະບວນການ ດັ່ງກ່າວ ສິ້ນສຸດລົງ. ຕໍ່ມາການ ໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ກໍເຮັດສັນຍາ ຊື້ໄຟຟ້າ ຈາກໂຄງການ ເຂື່ອນ ໄຊຍະບູລີ ແລະ ສປປລາວ ກໍດໍາເນີນ ການກໍ່ສ້າງໄດ້ ຍ້ອນວ່າ ເຮັດຕາມ ຂະບວນການ ແລະ ຂໍ້ຕົກລົງ.
ຍານາງ ເວົ້າຕື່ມວ່າ ປັດຈຸບັນ ສິ່ງທີ່ MRC ເຮັດໄດ້ ກໍແມ່ນ ການສຶກສາ ແລະ ເຮັດວິຈັຍ ເຣື່ອງ ຜົນກະທົບ ຂອງເຂື່ອນ ອັນທີ່ເປັນຫ່ວງ ຫລາຍທີ່ສຸດ ກໍແມ່ນເຮື່ອງ ດິນ-ຕົມ ແລະ ການປ່ຽນແປງ ຂອງ ກະແສນໍ້າ.