ເຂົ້ານາແຊງໃນເມືອງແມດ ບໍ່ໄດ້ຜົລຕາມຄາດໝາຍ

ເຂົ້ານາແຊງ ຂອງຊາວນາ ໃນເມືອງແມດ ແຂວງວຽງຈັນ ບໍ່ໄດ້ຕາມ ຄວາມຄາດໝາຍ ຍ້ອນລະບົບ ຊົລປະທານ ເພພັງ ຈາກພັຍ ທັມມະຊາດ ເຮັດໃຫ້ ຂາດເຂີນນໍ້າ ເຂົ້າສູ່ໄຮ່ນາ.
ໂພໄຊສວັດ
2011.02.15

ກົດຟັງສຽງ

ທາງຝ່າຍການປົກຄອງ ເມືອງແມດໄດ້ ຊ່ວຍເຫລືອ ຊາວໄຮ່ຊາວນາ ໂດຍການສົ່ງເສີມ ໃຫ້ປູກພືດພັນ ລະດູແລ້ງ ແທນການປູກ ເຂົ້ານາແຊງ ເພື່ອບໍ່ໃຫ້ ຊາວກະສິກອນ ຂາດລາຍຮັບ. ເຈົ້າໜ້າທີ່ ຈາກຫ້ອງການ ກະສິກັມ ເມືອງແມດ ແຂວງວຽງຈັນ ໄດ້ເວົ້າວ່າ:

"ນາແຊງປີນີ ຕາມແຜນການ ຢາກໃຫ້ມັນໄດ້ 80 ເຮັກຕາ ແຕ່ເຮັດຕົວຈິງແທ້ ມັນໄດ້ 35 ເຮັກຕາ ຜ່ານການຜລິດຖືວ່າ ລະດູແລ້ງມັນ ຈະຫຍຸ້ງຍາກເຣື້ອງນ້ຳ ນ້ຳຢູ່ໃນ ທັມມະຊາດ ມັນຈະໜ້ອຍ ບໍ່ຄືຍາມຝົນ ມັນເປັນນາເຂດ ພູດອຍ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ຍ້ອນລະບົບ ຊົລປະທານ ທີ່ໄດ້ຮັບຄວາມເສັຍຫາຍ ແລະ ຍັງບໍ່ໄດ້ຮັບການສ້ອມແປງ ໃນທຸກໆບ້ານ ຍ້ອນຂາດເຂີນ ງົບປະມານ ຈຶ່ງເຮັດໃຫ້ຜົນຜລິດ ເຂົ້ານາແຊງ ສຳລັບປີນີ້ ຕົກຕໍ່າຫລາຍກວ່າເຄິ່ງ ຂອງຄວາມຄາດໝາຍ ເຮັດໃຫ້ຊາວ ກະສິກອນໄດ້ຮັບ ຜົນກະທົບຢ່າງ ຮຸນແຮງ ຈົນວ່າອາດຈະບໍ່ມີ ເຂົ້າພຽງພໍ ສຳລັບ ລ້ຽງຄອບຄົວ. ດ້ວຍເຫດນີ້ ທາງຝ່າຍການ ປົກຄອງທ້ອງຖິ່ນ ຈຶ່ງໄດ້ຫາວິທີ ຊ່ວຍເຫລືອໂດຍ ການສົ່ງເສີມໃຫ້ ປູກພືດ ກະສິກັມຊນິດ ອື່ນແທນ. ເຈົ້າໜ້າທີ່ ອະທິບາຍວ່າ:

"ພວກເຮົາ ສິປູກນາແຊງ ມັນບໍ່ໄດ້ຜົນ ນ້ຳໝົດ ໝົດສະເພາະໃນຊ່ວງ ການເກັບກ່ຽວນີ ເຮົາຕ້ອງຫັນໄປປູກ ພືດລະດູແລ້ງ ກໍເລັ່ງໃສ່ປູກ ພືກດິນ ຫລາຍກວ່າໝູ່ ໃນປັດຈຸບັນນີ້".

ນອກຈາກນີ້ ທາງຝ່າຍປົກຄອງ ທ້ອງຖິ່ນເມືອງແມດ ຍັງໄດ້ສົ່ງ ພະນັກງານ ວິຊາການລົງໄປ ຊຸກຍູ້ ແລະແນະນຳ ວິທີໃນການຮັກສາ ເຂົ້ານາແຊງ ໃຫ້ຊາວກະສິກອນ ໄດ້ຮຽນຮູ້.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.