ຊາວບ້ານເຈຣະຈາກັບ ເຈົ້າຂອງທ່ອງທ່ຽວຫຼີ່ຜີ

ຊາວບ້ານ ໃນເຂດໃກ້ ໂຄງການ ພັທນາ ແຫລ່ງທ່ອງທ່ຽວ ນໍ້າຕົກ ຫລີ່ຜີ ເຈຣະຈາ ກັບເຈົ້າຂອງ ໂຄງການ ເພື່ອແກ້ໄຂ ບັນຫາ.
ມະນີຈັນ
2012.09.13

ຫລັງຈາກທີ່ ໂຄງການພັທນາ ແຫລ່ງທ່ອງທ່ຽວ ນໍ້າຕົກຫລີ່ຜີ ມີບັນຫາຂັດແຍ່ງ ກັບ ຊາວບ້ານທ້ອງຖີ່ນ ເຣື່ອງການເກັບເງິນ ຄ່າຜ່ານທາງ ມາໃນວັນທີ 13 ກັນຍານີ້ ຊາວບ້ານ ຄົນນຶ່ງ ເວົ້າຕໍ່ RFA ວ່າ ພວກເຂົາເຈົ້າ ໄດ້ເຈຣະຈາ ກັບທາງບໍຣິສັດ ແລ້ວ ຊຶ່ງກໍໄດ້ຮັບ ຄໍາໝັ້ນໃຈວ່າ ຈະແກ້ໄຂ ບັນຫານັ້ນໃຫ້:

"ປັດຈຸບັນນີ້ ກໍຍັງບໍ່ມີ ການແກ້ໄຂ ບັນຫາໄດ້ ຢູ່ບ້ານດອນຄອນ ກໍເວົ້າກັນຢູ່ວ່າ ທາງບໍຣິສັດ ສິແກ້ໄຂ ໂດຍການເຮັດປີ້ໃຫ້".

ຊາວບ້ານເວົ້າວ່າ ບັນຫາຍັງບໍ່ທັນ ແກ້ໄຂເທື່ອ ແຕ່ທາງບໍຣິສັດ ວ່າ ອາດຈະມີການ ອອກປີ້ ໃຫ້ຊາວບ້ານ ເພື່ອໃຊ້ຜ່ານເຂົ້າອອກ ເຂດໂຄງການ ໂດຍບໍ່ຕ້ອງ ເສັຽເງິນ ຊຶ່ງ ຊາວບ້ານ ກໍເຫັນພ້ອມນໍາ ແຕ່ກໍຕ້ອງລໍຖ້າ ການຕັດສິນໃຈ ຂອງທາງບໍຣິສັດ ທີ່ຮັບພິດຊອບ.

ຄວາມຂັດແຍ່ງ ໃນເຣື່ອງນີ້ ເກີດຂຶ້ນ ຫລັງຈາກທີ່ ບໍຣິສັດ ຍິ່ງໂຊກໄຊ ໄດ້ຮັບສໍາປະທານ ຈາກ ຣັຖບານລາວ ໃຫ້ພັທນາ ແຫລ່ງທ່ອງທ່ຽວ ນໍ້າຕົກ ຫລີພີ່ ທາງບໍຣິສັດ ຂາຍປີ້ ໃຫ້ນັກທ່ອງທ່ຽວ ກ່ອນຜ່ານເຂົ້າ ເຂດນໍ້າຕົກ ເຮັດໃຫ້ຊາວບ້ານ ທ້ອງຖິ່ນ ທີ່ໃຊ້ເສັ້ນທາງນັ້ນ ເພື່ອໄປ ຫາຢູ່ຫາກິນ ຈໍາຕ້ອງໄດ້ ຈ່າຍຄ່າປີ້ ຣາຄາ 5 ພັນກີບ ເຮັດໃຫ້ ຊາວບ້ານບໍ່ພໍໃຈ ເພາະພວກເຂົາເຈົ້າ ໃຊ້ເສັ້ນທາງນັ້ນ ທຸກມື້ ແຕ່ໃດມາແລ້ວ. ຊາວບ້ານ ຕ້ອງການໃຫ້ ເຈົ້າຂອງໂຄງການ ແກ້ໄຂບັນຫາ ດັ່ງກ່າວ ໂດຍໄວ ເພື່ອຍຸຕິຄວາມ ຂັດແຍ່ງ ແລະ ໃຊ້ເສັ້ນທາງໄດ້ ຕາມປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.