ສູນການຄ້າຖນົນຄູວຽງ

ອີກບໍ່ດົນ ນະຄອນຫລວງ ວຽງຈັນ ຈະມີ ສູນການຄ້າ ໃຫຍ່ ທີ່ສ້າງໂດຍ ບໍຣິສັດ ຈີນ ຢູ່ຖນົນ ຄູວຽງ.

ສູນການຄ້າ ແຫ່ງໃໝ່ ທີ່ໃຫຍ່ ກໍາລັງກໍ່ສ້າງ ຖນົນຄູວຽງ RFA/Manichanh

ເປັນທີ່ຄາດກັນວ່າ ນະຄອນຫລວງ ວຽງຈັນ ຈະມີສູນ ການຄ້າ World Trade Center ຄືດັ່ງທີ່ເຫັນ ຢູ່ນະຄອນ ນິວຢັອກ ແລະ ບາງກອກ ສ້າງໂດຍ ບໍຣິສັດຈີນ ແຫ່ງໃໝ່ ອີກແຫ່ງນຶ່ງ ໃນບໍ່ດົນນີ້. ສູນການຄ້ານີ້ ຈະສ້າງຂຶ້ນ ຢູ່ຖນົນຄູວຽງ ໃກ້ຕລາດເຊົ້າເກົ່າ ໃນນະຄອນຫລວງ ວຽງຈັນ. ຊາວວຽງຈັນ ທ່ານນຶ່ງ ກ່າວວ່າ:

"ສູນການຄ້າ World Trade Center ຈະສ້າງຂຶ້ນຢູ່ ຖນົນຄູວຽງ ຕໍ່ໜ້າ ຕລາດເຊົ້າ ເກົ່າເຮົານໍ໋ ລະໂຕນີ້ ຊິເປັນ ສູນການຄ້າ ໃຫຍ່ທີ່ສຸດ ຢູ່ໃນ ເມືອງລາວ. ເມື່ອສ້າງແລ້ວ ຈະເປັນສູນກາງ ການຄ້າ ຕຶກຫລາຍຊັ້ນ ທີ່ວ່າພົວພັນ ການຄ້າ ຕ່າງປະເທດ ເຣື່ອງການເງິນ ການທະນາຄານ ແລກປ່ຽນ ເສຖກິດ ຕ່າງໆ ຈະເກີດຂຶ້ນຢູ່ ໃນຕຶກ ອາຄານ ແຫ່ງນີ້ລະ".

ຊາວວຽງຈັນ ທ່ານນີ້ ກ່າວຕໍ່ໄປວ່າ ອ້ອມແອ້ມ ຕຶກນີ້ ບໍຣິສັດຈີນ ຍັງຈະສ້າງ ຮ້ານຄ້າ shopping mall ໂຮງແຮມ ບ້ານພັກ ໂຮງຊີເນມາ ນໍາອີກ ໂດຍຈະສ້າງ ໃຫ້ເປັນ ເຂດການຄ້າ ຄົບວົງຈອນ ຢູ່ບ້ານແຖວ ນັ້ນເລີຍ:

"ເພິ່ນເອີ້ນວ່າ World Trade Center Community ໂຕນີ້ ເປັນການ ລົງທຶນ ຂອງຈີນ ໄດ້ມາລົງທຶນ ໃນປະເທດລາວ ອີກແຫ່ງນຶ່ງ ຖ້າໂຕນີ້ ສິ້ນສຸດລົງ ກໍຈະເປັນ ຄວາມສວຍສົດ ງົດງາມ ແຖວທາງ ຄູວຽງ ຕລາດເຊົ້າ ລະກະຊິເປັນ ການດຶງດູດ ຈິດໃຈ ຂອງ tourists ຕ່າງຊາຕ ເຂົ້າມາ ເມືອງລາວ".

ການລົງທຶນ ຣາຍໃຫຍ່ ຂອງຈີນ ຊຶ່ງຊາວລາວ ໃນນະຄອນຫລວງ ຕ່າງກໍ ພາກັນ ຕິດຕາມເບິ່ງ ແລະດຽວນີ້ ທາງບໍຣິສັດ ຂອງຈີນ ກໍໄດ້ປຸກສ້າງ ຫ້ອງການ ທີ່ເປັນຕຶກ ສອງຊັ້ນ ຂຶ້ນຮຽບຮ້ອຍແລ້ວ ສໍາລັບ ດໍາເນີນ ໂຄງການນີ້. ກ່ອນໜ້ານີ້ ບໍຣິສັດ ຂອງຈີນ ກໍໄດ້ມີພິທີ ເປີດຕົວ ໂຄງການ ທີ່ເອີ້ນວ່າ ໂລກໃໝ່ ດອນຈັນ Dornchan New World ທີ່ບໍຣິເວນ ດອນຈັນ ຈະເປັນສູນ ທຸຣະກິດ ແລະ ທີ່ພັກອາສັຍ ຮວມທັງ ອາຄານສູງ ພາຍໃຕ້ ສັນຍາ ສໍາປະທານ 90 ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org