ທາງກາຣແຈ້ງໃຫ້ຊາວເມືອງ ຊ່ວຍຮັກສາຄວາມສງົບ
2010.11.17

ກົດຟັງສຽງ
ໃນຣະຫວ່າງ ກາຣກະຕຣຽມ ງານ ສເລີມສລອງ ຄົບຮອບ 450 ປີ ຂອງກາຣສ້າງຕັ້ງ ນະຄອນຫລວງ ວຽງຈັນ ແລະ ງານວັນຊາຕ ທີ່ 2 ທັນວາ ຄົບຮອບ 35 ປີ ທີ່ມີກຳໜົດ ຈັດຂຶ້ນ ໃນມື້ວັນທີ່ 15-21 ພຶສຈິກາ ນີ້ນັ້ນ ທາງຄນະ ນາຍບ້ານ ຕາມຕົວເມືອງ ຕ່າງໆ ໃນເຂຕເທສບາລ ນະຄອນຫລວງ ວຽງຈັນ ກໍໄດ້ຮັບ ຄຳສັ່ງ ຈາກຄນະກັມກາຣ ຈັດງານ ໃຫ້ແຈ້ງເຕືອນ ປະຊາຊົນ ເພີ້ມມາຕກາຣ ຮັກສາ ຄວາມສງົບ ຊ່ວຍກັນ ຢ່າງເຂັ້ມງວດ.
ໃນຄຳສັ່ງ ດັ່ງກ່າວ ໄດ້ເນັ້ນໃຫ້ ທຸກຄົນໃນ ແຕ່ລະຄອບຄົວ ເອົາໃຈໃສ່ ກວດກາ ສະພາບພາຍ ໃນບ້ານເຮືອນ ຂອງຕົນ ໂດຽສະເພາະ ຟືນໄຟ ບໍ່ໃຫ້ມີ ອັຄຄີພັຍ ເກີດຂຶ້ນໄດ້ ພ້ອມໃຫ້ມີກາຣ ອົບຮົມ ສະມາຊິກ ຄອບຄົວ ບໍ່ໃຫ້ໄປ ເຄື່ອນໄຫວ ສ້າງຄວາມ ບໍ່ສງົບໃດໆ ທີ່ຜິດຕໍ່ ຣະບຽບກົດໝາຍ ບ້ານເມືອງ ຕລອດຮອດກາຣ ຊຸມແຊວ ມ່ວນຊື່ນຕ່າງໆ ກໍບໍ່ໃຫ້ເກີນ 22:30 ໂມງ (ສິບໂມງເຄີ່ງ ກາງຄືນ) ແລະ ຖ້າຈະມີກາຣ ໃຊ້ເຄື່ອງ ກະຈາຍສຽງ ຫລືດົນຕຣີ ມາຄົບງັນ ນັ້ນ ກໍຕ້ອງໃຫ້ ໄປປະກອບ ເອກສາຣ ຂໍອະນຸຍາຕ ຕາມຣະບຽບ ກາຣເສັຽກ່ອນ.
ໃນຂນະດຽວກັນ ກໍໃຫ້ແນະນຳ ປະຊາຊົນ ເອົາໃຈໃສ່ ໃນກາຣ ອະນາມັຍ ຕາມເຂຕບ້ານເຮືອນ ຂອງພວກຕົນ ແລະຖ້າເຮືອນໃດ ຢູ່ຕິດກັບ ແຄມທາງ ກໍໃຫ້ທາສີ ແລະ ຕິດທຸງຊາຕ ພ້ອມກັບຫ້າມ ບໍ່ໃຫ້ມີກາຣ ຊື້-ຂາຍ ໝາກກະໂພກ ຫລື ທາຕວັຕຖຸດິບ ຕ່າງໆ ທີ່ອາຈນຳໄປ ປະກອບ ໃຫ້ເກີດເປັນ ສຽງກ້ອງດັງ ໂດຽເດັດຂາດ, ແລະວ່າ ຖ້າມີຄົນ ມາພັກເຊົານຳ ຫລືມີຄົນ ເຊົ່າເຮືອນ ກໍໃຫ້ຜູ້ ເປັນຫົວໜ້າ ຄອບຄົວ ໄປແຈ້ງຕໍ່ ກອງປ້ອງກັນ ຄວາມສງົບ ຫລື ກປສ ພາຍ ໃນ 24 ຊົ່ວໂມງ ຕາມຣະບຽບກາຣ ພ້ອມກັບໄດ້ ເນັ້ນໃນກາຣ ກວດກາ ແລະ ຕິດຕາມບຸຄຄົນ ຫລືກຸ່ມຄົນ ບໍ່ດີ ທີ່ອາຈແຝງ ຕົວເຂົ້າມາ ສ້າງຄວາມບໍ່ສງົບ ໃນງານສຳຄັນ ແຫ່ງຊາຕ ດັ່ງກ່າວນີ້ ແຕ່ປະກາຣໃດ.