ງານວັທນະທັມຊົນເຜົ່າ ຂ.ຫລວງພຣະບາງ

ສະຖານທູດ ສະຫະຣັຖ ອະເມຣິກາ ປະຈໍາລາວ ສນັບສນູນ ລິເລີ້ມ ການຈັດງານ ວັທນະທັມ ຊົນເຜົ່າ ໃນແຂວງ ຫລວງພຣະບາງ
ມະນີຈັນ
2010.11.17

ກົດຟັງສຽງ

ອຸປທູດ Peter Haymond ເປັນຜູ້ຕາງໜ້າ ຣັຖບານ ສະຫະຣັຖ ອະເມຣິກາ ໃນພິທີເປີດ ງານວັທນະທັມ ຊົນເຜົ່າ ຄັ້ງທໍາອິດ ຢູ່ແຂວງ ຫລວງພຣະບາງ. ສະຖານທູດ ສະຫະຣັຖ ໄດ້ຊ່ວຍ ປະກອບສ່ວນ ເປັນເງິນຈໍານວນ 7500 ໂດລາ ເຂົ້າໃນການ ຈັດງານ ຣະຫວ່າງວັນ ທີ 29 ຫາ 31 ຕຸລາ 2010 ເພື່ອສະແດງ ສິລປະວັທນະທັມ ແລະ ຜົລຜລິດຕ່າງໆ ຂອງຊົນເຜົ່າ ແຂວງຫລວງພຣະບາງ.

ມີທັງໝົດ 7 ຊົນເຜົ່າ ເຂົ້າຮ່ວມ ໃນງານຄັ້ງນີ້ ຊຶ່ງໃນນັ້ນ ມີທັງການຮ້ອງເພັງ, ຟ້ອນ, ເກັມຫລິ້ນ, ກິຈກັມ, ອາຫານ ແລະ ການຫັຖກັມຕ່າງໆ ຂອງເຂົາເຈົ້າ. ງານວັທນະທັມ ຊົນເຜົ່າ ແຂວງ ຫລວງພຣະບາງ ຖືກຈັດຂຶ້ນ ໂດຍສູນ ສິລປະກັມ ແລະ ເຜົ່າຊົນ ແລະຜແນກຂ່າວ ຂ່າວສານ ແລະ ວັທນະທັມ ແຂວງ.

ໃນເວທີໃຫຍ່ ຈະມີການ ສະແດງດົນຕຣີ ແລະ ຟ້ອນພື້ນເມືອງ ຊຶ່ງມີທັງ ເປົ່າຄຸ່ຍໄມ້ໄຜ່ ໄທດໍາ, ການຟ້ອນດາບ ຂອງຊົນເຜົ່າ ໄທລື້, ການຫລິ້ນ ດົນຕຣີ ເປົ່າໃບໄມ້ ຂອງຊາວເຜົ່າມົ້ງ, ແລະ ການຂັບລໍາ ກ້ຽວກັນ ໄປກັບສຽງແຄນ ຂອງຊົນເຜົ່າຂະໝຸ. ຢູ່ຜາມຕ່າງໆ ກໍມີຊ່າງ ຫັຖກັມ ສະແດງຜົລງານ ສີລປະ ແລະ ສີໄມ້ລາຍມືຕ່າງໆ ເຊັ່ນການຕໍ່າຜ້າ, ການຕີເຫລັກ ຂອງຊາວລາວ, ການຕໍ່າແພຝ້າຍ ຂອງຊາວໄທດໍາ, ການຍ້ອມຜ້າ ສີທັມມະຊາດ ຂອງໄທລື້, ການຜລິດໃໝ ຂອງຊາວລາວ ເປັນຕົ້ນ. ພ້ອມດຽວກັນ ກໍມີການຫລິ້ນ ກິລາ ຫລີ້ນເກັມພື້ນເມືອງ ຕ່າງໆຕລອດ ທ້າຍສັປດາ ທີ່ຜ່ານມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.