ລາວຈະສລອງວັນ ແຫ່ງປວັດສາດ
2010.11.17
ກົດຟັງສຽງ
ທາງການ ສປປລາວ ຈະຈັດງານ ສເລີມສລອງ ວຽງຈັນ ເປັນນະຄອນ ຫລວງວຽງຈັນ ຄົບຮອບ 450 ປີ ໄປພ້ອມໆກັບ ການສລອງ ວັນຊາດ ທີ 2 ທັນວາ ຄົບຮອບ 35 ປີ ຊຶ່ງຈະເລີ່ມຂຶ້ນ ໃນຣະຫວ່າງ ວັນທີ 15 ຫາ 21 ພຶສຈິກາ 2010 ນີ້. ໃນນັ້ນ ຈະມີການ ເປີດຕລາດນັດ ບຸນພຣະທາດຫລວງ ປະຈໍາປີ 2010 ຕລາດນັດວາງ ສະແດງ ແລະຂາຍ ສິນຄ້າ, ຊົມກິລາ ໂດດຈ້ອງ, ການນໍາຂັ້ນສູງ ຕ້ອນຮັບ ແຂກພາຍໃນ ແລະ ຕ່າງປະເທດ, ມີການວາງ ກະຕ່າດອກໄມ້້ ທູບທຽນ ໃນສະຖານທີ່ ສໍາຄັນຕ່າງໆ.
ງານຄວບຄູ່ ກັນດັ່ງກ່າວ ຈະຈັດຂຶ້ນ ຢ່າງເປັນທາງການ ໃນຕອນຄໍ່າ ວັນສຸກ ທີ 19 ພຶສຈິກາ ຢູ່ສນາມ ກິລາແຫ່ງຊາດ ຫລັກ 16. ນອກນີ້ ຍັງຈະມີ ການສໍາມະນາ ວິທຍາສາດ ໃນຫົວຂໍ້ຕ່າງໆ, ມີການແຫ່ ຜາສາດເຜິ້ງ ເຂົ້າສູ່ເດີ່ນ ທາດຫລວງ. ແລະຕອນເຊົ້າ ຂອງວັນ ອາທິດ ທີ 21 ຈະມີພິທີ ຕັກບາດ ຖວາຍ ສັງຂະທານ ຈັດພິທີ ສົ່ງແຂກຕ່າງ ປະເທດ ແລະ ຊົມສິລປະ ວັນຄະດີ ທີ່ເວທີ ກາງເດີ່ນ ພຣະທາດຫລວງ ເປັນອັນວ່າ ຈົບພິທີ.
ຜູ້ສັນທັດ ກໍຣະນີ ທ່ານນຶ່ງ ໄດ້ກ່າວຕໍ່ RFA ກ່ຽວກັບເລື້ອງ ນີ້ວ່າ ທາງການລາວ ໄດ້ທຸ້ມເທ ທັງງົບປະມານ ແລະ ເຮື່ອແຮງ ໃນການຈັດງານ ສເລີມສລອງ ນີ້ ຢ່າງໃຫຍ່ໂຕ ເນື່ອງຈາກວ່າ ນອກຈາກຈະມີ ຄວາມໝາຍ ແລະ ຄວາມສໍາຄັນ ໃນປວັດສາດ ຄວາມເປັນມາ ຂອງລາວແລ້ວ ຍັງຈະສົ່ງຜົລ ໃຫ້ຊາວລາວ ເກີດຄວາມເປັນ ປຶກແຜ່ນ ແລະ ພາກພູມໃຈ ໃນຄວາມເປັນ ຊາດລາວ.