ຊາວວຽງຈັນຝຶກຊ້ອມ ພິທີເປີດງານ

ນະຄອນຫລວງ ວຽງຈັນ ກໍາລັງ ຝືກແອບ ພິທີການ ສະຫລອງ ຄົບຮອບ 450 ປີ
ສົມເນ
2010.11.18
F-450-vt ການຝຶກຊ້ອມ ພິທີເປີດ ງານສລອງ 450ປີ ນະຄອນຫລວງ ວຽງຈັນ ວັນທີ 17 ພຶສຈິກາ ທີ່ສນາມກິລາ ແຫ່ງຊາດ ຫລັກທີ 16
YS/RFA

ກົດຟັງສຽງ

ບັນຍາກາດ ການສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ທີ່ເປັນເມືອງ ເອກຂອງລາວ ແລະ ເພື່ອສລອງ ຄົບຮອບ 35 ປີ ທີ່ ປະເທດລາວ ຖືກ ສະຖາປະນາ ເປັນ ສາທາຣະນະຣັດ ເປັນໄປຢ່າງ ຄືກຄື້ນທີ່ສຸດ, ມີປະຊາຊົນ ຢ່າງໜາແໜ້ນ ໃນໂຕເມືອງ.

ນັກຂ່າວ ເອເຊັຽເສຣີ ທີ່ເດີນທາງໄປ ນະຄອນຫລວງ ວຽງຈັນ ເພື່ອເຮັດຂ່າວ ການສລອງ ລາຍງານວ່າ: ໃນວັນທີ 17 ພຶສຈິກາ ນີ້ ການຝຶກຊ້ອມ ໄດ້ດໍາເນີນໄປ ຢູ່ທີ່ ສນາມກິລາ ແຫ່ງຊາດ ຫລັກທີ 16 ຊື່ງມີຜູ້ ເຂົ້າຮ່ວມ ຂະບວນການສແດງ ຈາກພາກສ່ວນ ຕ່າງໆ ແລະ ຈາກທຸກແຂວງ ທັງໝົດ 11,479 ຄົນ ຢູ່ຕໍ່ໜ້າ ປະຊາຊົນ ຈໍານວນ ຫລວງຫລາຍ ທີ່ເດີນທາງ ໄປເບິ່ງການ ຝຶກຊ້ອມພິທີ ການສແດງ ໂດຍມີທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ສປປ ລາວ ໄປຮ່ວມດ້ວຍ. ຍານາງ ຄໍາແສງ ວີລະພານ ໂຕແທນຈາກ ແຂວງຜົ້ງສາລີ ກ່າວກັບ ວິທຍຸເອເຊັຽເສຣີ ວ່າ:

"ສໍາລັບນ້ອງເອງ ໄດ້ປະກອບສ່ວນ ເຂົ້າໃນງານ 450 ປີ ແລະ ເປັນຕົວແທນ ໃຫ້ແຂວງ ຜົ້ງສາລີ ມີຄວາມ ພາກພູມໃຈ ຫລາຍທີ່ໄດ້ ເຂົ້າຮ່ວມ ໃນງານນີ້ ມາຫລາຍຮ້ອຍປີ ແລ້ວຈື່ງສີ່ຮອດ 450 ປີ ກໍຮູ້ສືກ ພູມໃຈຫລາຍ".

ການຝຶກຊ້ອມ ໃນມື້ວັນທີ 17 ນີ້ ເປັນພິທີ ອັນແທ້ຈິງ ທີ່ຈະມີຂື້ນ ໃນວັນສຸກ ວັນທີ່ 19 ພຶສຈິກາ. ພິທີນັ້ນ ປະກອບດ້ວຍ ກິຈກັມຟ້ອນ ຂະບວນແຫ່ ຂອງ 16 ແຂວງ  ນອກນັ້ນ ທາງກະຊວງ ຖແລງຂ່າວ ແລະ ວັທນະທັມ ໄດ້ສັ່ງໃຫ້ ອໍານາດ ການປົກຄອງ ທ້ອງຖິ່ນ ຣັຖວິສາຫະກິດ ແລະ ບໍຣິສັດ ຫ້າງຮ້ານຕ່າງໆ ຈັດຊຸດການສແດງ ແຕ່ລະຊຸດ ໃຫ້ຄົບ ຈໍານວນ 450 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.