ຄວາມສັມພັນ ວຽງຈັນ-ນະຄອນໂຮຈີມີນ

ທາງກາຣສຶກສາ ນະຄອນຫລວງ ວຽງຈັນ ເພີ້ມທະວີ ຄວາມສັມພັນ ດ້ານກາຣ ສຶກສາ ກັບວຽດນາມ ຫລາຍຂຶ້ນ.

0:00 / 0:00

ກົດຟັງສຽງ

ກົມກາຣສຶກສາ ນະຄອນໂຮຈີມິນ ແລະ ນະຄອນຫລວງ ວຽງຈັນ ມີແຜນ ທີ່ຈະຂຍາຍ ຄວາມຮ່ວມມືກັນ ທາງດ້ານກາຣ ສຶກສາ ໃຫ້ຫລາຍ ກວ່າເກົ່າ ໃນຂັ້ນມັທຍົມ ຂອງທັງສອງ ປະເທສ ເພື່ອປັບປຸງ ຄຸນພາບ ກາຣຮຽນ ແລະ ກາຣສິຕສອນ ເພື່ອໃຫ້ສາມາຖ ຜລິຕ ຊັພຍາກອນ ມະນຸສ ໃຫ້ມີຫລາຍຂຶ້ນ.

ກາຣຕົກລົງ ເພື່ອເພີ່ມທະວີ ຄວາມສັມພັນ ກັນຕື່ມດັ່ງກ່າວ ມີຂຶ້ນ ໃນມື້ວັນທີ່ 11 ເມສາ 2011 ຢູ່ທີ່ໂຮງຮຽນ ມິຕພາບ ວຽງຈັນ-ນະຄອນໂຮຈິມີນ ທີ່ນະຄອນຫລວງ ວຽງຈັນ ໂດຽມີກຳໜົດ ທີ່ຈະໃຫ້ມີ ກາຣປັບປຸງ ຣະບົບກາຣ ສິຕສອນ ພ້ອມກັບມີ ໂຄງກາຣ ທີ່ຈະໃຫ້ ມີກາຣສອນ ພາສາ ວຽຕນາມ ນຳດ້ວຍ ໃນອະນາຄົຕ ອັນໃກ້ນີ້.

ກາຣເຊັນສັນຍາ ວ່າດ້ວຍຄວາມ ເຂົ້າໃຈ MOU ໄດ້ມີຂຶ້ນ ຣະຫວ່າງ ທ່ານ Lee Thanh Hai ເລຂາທິກາຣ ຂອງພັກ ຄອມມີວນິສຕ໌ ວຽຕນາມ ນະຄອນ ໂຮຈິມິ່ນ ແລະທ່ານ ສົມບັຕເ ຢັຽລີເຮີຣ໌ ເລຂາທິກາຣ ຂອງຄນະ ກັມມະກາຣພັກ ພ້ອມກັບ ເຈົ້າຄອງ ກຳແພງນະຄອນ ຫລວງວຽງຈັນ ຊຶ່ງທັງສອງທ່ານ ໄດ້ຕົກລົງ ໃນໂຄງກາຣ ເພີ້ມທະວີ ຄວາມສັມພັນ ເພື່ອຍົກຣະດັບ ກາຣສຶກສາ ແລະ ເພີ່ມທະວີ ກາຣຄ້າຂາຍ ຣະຫວ່າງສອງ ນະຄອນ ໃຫ້ມີຫລາຍ ກວ່າເກົ່າ ໃນອະນາຄົຕ.