ເມືອງທ່ອງທ່ຽວ ທີ່ແອບແຝງ

ເມືອງວັງວຽງ ເປັນສະຖານທີ່ ທ່ອງທ່ຽວ ທີ່ມີສີ່ງ ແອບແຝງ ໃນເຣື່ອງມົ້ວສຸມ ແນວຜິດ ກົດໝາຍ ຫລາຍຢ່າງ.
ໂພໄຊສວັດ
2012.08.10
F-vangvieng ນື່ງໃນຮູປແບບ ຂອງທຸຣະກິຈ ໃນເມືອງວັງວຽງ
RFA

ເມືອງວັງວຽງ ຕັ້ງຢູ່ເສັ້ນທາງ ຜ່ານລະຫວ່າງ ນະຄອນຫລວງ ວຽງຈັນ ກັບເມືອງ ມໍຣະດົກໂລກ ຫລວງພຣະບາງ ມີສະຖານທີ່ ທ່ອງທ່ຽວ ທັມມະຊາດ ທີ່ສວຍງາມ ແລະຊັບຊ້ອນ ມີນໍ້າຊອງ ໄຫລຜ່ານ ຈຶ່ງເຮັດໃຫ້ ວັງວຽງ ກາຍເປັນແຫລ່ງ ທ່ອງທ່ຽວ ທາງນໍ້າ ໄປໃນໂຕ. ການຂຍາຍໂຕ ຢ່າງໄວວາ ທາງດ້ານທ່ອງທ່ຽວ ຂອງ ເມືອງວັງວຽງ ເຮັດໃຫ້ ມີຮ້ານຄ້າ ບ້ານພັກ ໂຮງແຮມ ບ່ອນບໍຣິການ ແລະ ບ່ອນກິນດື່ມ ແລະ ມີເຄື່ອງມົ້ວສຸມ ສິ່ງບໍ່ດີ ເກີດຂຶ້ນ ຢູ່ເບື້ອງຫຼັງ. ດັ່ງເຈົ້າໜ້າທີ່ ຫ້ອງການ ທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ ເວົ້າວ່າ:

"ກໍມີແຕ່ວ່າ ບໍ່ໄດ້ເປີດເຜີຍ ຄົນທ້ອງຖິ່ນ ກໍມີໜ້ອຍ ສ່ວນຫລາຍແມ່ນ ພວກຕາເວັນຕົກ ທີ່ເຂົາຖື ຕິດຕົວເຂົ້າມາ ບາງຢ່າງ ເທົ່າທີ່ເຫັນ ແຕ່ທີ່ບໍ່ເຫັນ ກໍບໍ່ຮູ້".

ທ່ານເວົ້າ ຕໍ່ໄປວ່າ ການມົ້ວສຸມ ຂອງນັກທ່ອງທ່ຽວ ຕ່າງປະເທດ ອາດມີ ຢາເສພຕິດ ກ່ຽວຂ້ອງ ແຕ່ກໍຍັງ ບໍ່ຮູ້ຄັກແນ່. ປັດຈຸບັນ ການກວດກາ ກໍບໍ່ຢາກທົ່ວເຖິງ ຍ້ອນວ່າ ມີຮ້ານ ບໍຣິການ ເກີດຂຶ້ນຫຼາຍ ເປັນຕົ້ນຮ້ານ ອາຫານ ບາຣ ແລະ ໄນທ໌ຄລັບ. ນອກນັ້ນກໍຍັງມີ ຮ້ານບໍຣິການ ແພຢາງ ຮ້ານເຊົ່າເຮືອ ຮ້ານເຊົ່າຣົຖຖີບ ແລະ ອື່ນໆອີກ.

ເຖິງຢ່າງໃດ ກໍຕາມ ສໍາລັບ ເຈົ້າໜ້າທີ່ ກໍມີແຕ່ ກວດກາ ຄວາມສງົບຮຽບຮ້ອຍ ເທົ່ານັ້ນ ຫາກບໍ່ມີ ເຫດການເກີດຂຶ້ນ ກໍຈະບໍ່ລົບກວນ ນັກທ່ອງທ່ຽວ ຫລື ສອບຖາມ ຮ້ານຄ້າຕ່າງໆໄດ້. ເຈົ້າໜ້າທີ່ ເວົ້າວ່າ:

"ຖ້າມີເປົ້າໝາຍ ເຮົາຈຶ່ງ ຂໍກວດຄົ້ນ ຖ້າບໍ່ມີເປົ້າໝາຍ ກໍທັມມະດາ ປົກກະຕິ ນັກທ່ອງທ່ຽວ ກໍໄປມາໄດ້ ທຸກບ່ອນ ມີ freedom ເນ໋າະ".

ຈໍານວນທ່ອງທ່ຽວ ທີ່ເຂົ້າມາທ່ຽວ ເມືອງວັງວຽງ ໄດ້ເພີ້ມຂຶ້ນຫລາຍ ເຮັດໃຫ້ ການກວດກາ ຮັກສາ ຣະບຽບຍາກຂຶ້ນ. ລະຫວ່າງເດືອນ ຕຸລາ 2011 ຫາ ເດືອນມິຖຸນາ 2012 ມີຮອດ 132 ພັນ ກວ່າຄົນ ທີ່ໄດ້ເຂົ້າມາ ທ່ອງທ່ຽວ ຢ້ຽມຢາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.