ຊາວມົ້ງຫາທາງຝັງສົພ ທ່ານວັງປາວຢ່າງສົມກຽດ

ຊາວມົ້ງ ຜູ້ທີ່ ສນັບສນູນ ມື້ລາງ ອະດີດ ນາຍພົລ ວັງປາວ ຍັງຊອກຊ່ອງທາງ ປົງສົພ ຂອງທ່ານ ຢ່າງສົມກຽດ ທີ່ສຸສານ ທະຫານຜ່ານເສິກ ແຫ່ງຊາຕ ອາລິງຕັນ

0:00 / 0:00

ກົດຟັງສຽງ

ໃນຂນະທີ່ກຳລັງ ມີພິທີ ໄຫວ້ອາລັຍ ແກ່ມື້ລາງ ອະດີດ ພະຍາ ນໍຣະປຣະໂມກ ນາຍພົນຕຣີ ວັງປາວ ທີ່ຣັຖ ຄາລີຟໍເນັຽຢູ່ ໃນເວລານີ້, ໄດ້ມີການ ຮຽກຮ້ອງ ໃຫ້ຝັງສົບ ຂອງທ່ານ ທີ່ ອາລິງຕັນ ຊຶ່ງເປັນສຸສານ ແຫ່ງຊາຕ.

ສະມາຄົມ ນັກລົບເກົ່າຊາວມົ້ງ ຫລາຍພັນຄົນ ພາກັນມາວາງ ພວງມະລາ ແກ່ສົບຂອງທ່ານ ວັງປາວ ທີ່ອະນຸສາວະຣີ ນັກລົບຊາວມົ້ງ ທີ່ເມືອງ ແຟຣສໂນ ຣັຖ ຄາລີຟໍເນັຽ ບ່ອນທີ່ທ່ານ ວັງປາວ ເສັຽຊີວິດ ວ່າງເດືອນກອ່ນ.

ທ່ານ ວັງຢີ່ ປະທານສະມາຄົນ ນັກລົບເກົ່າຊາວມົ້ງ ແຫ່ງ ສະຫະຣັຖ ອະເມຣິກາ ກ່າວວ່າ ກຸ່ມຂອງທ່ານ ກຳລັງ ຊອກຊ່ອງທາງ ທ່ີ່ຈະໃຫ້ຄວາມຝັນ ຂອງອະດີດ ນາຍພົລ ວັງປາວ ກາຍເປັນຄວາມຈິງ ທີ່ທ່ານຢາກໃຫ້ສົພ ຂອງທ່ານ ຝັງທີ່ີສຸສານ ທະຫານ ອາລິງຕັນ ຢ່າງສົມກຽດ ຊຶ່ງເປັນບ່ອນທະຫານ ສະຫະຣັຖ ແລະ ຄູ່ຮ່ວມລົບ ໄດ້ສະລະຊີວິດ ເພຶ່ອປົກປອ້ງ ອະເມຣິກາ.

ທ່ານວັງຢີ່ເວົ້າວ່າ ປະຫວັດຂອງທ່ານ ວັງປາວ ໃນການຮັບໃຊ້ ສະຫະຣັຖ ໃນປາງສົງຄາມ ວຽດນາມ ຈະເຮັດໃຫ້ ທາງການສະຫະຣັຖ ພິຈາຣະນາ ອະນຸມັດ ໃຫ້ສົບຂອງທ່ານ ຖືກຝັງທີ່ ສຸສານ ແຫ່ງຊາດ ອາລິງຕັນ ທີ່ກຸງ ວໍຊິງຕັນໄດ້.