ສະຫະຣັດຊ່ວຍ ຜູ້ປະສົບພັຍນ້ຳຖ້ວມ

ສະຫະຣັດ ໃຫ້ການ ຊ່ວຍເຫລຶອ ແກ່ຜູ້ ປະສົບ ເຄາະຮ້າຍ ຈາກພັຍ ນ້ຳຖ້ວມ ທີ່ ແຂວງ ຄຳມ່ວນ.
ສິດນີ
2011.09.22
F-us-embassy-khammuan ເອກອັຄຣາຊທູຕ ສະຫະຣັດ ຍານາງ Karen B. Stewart ໄປຢ້ຽມຢາມ ຂ.ຄໍາມ່ວນ ໃນເຂດທີ່ ມີຊາວບ້ານ ປະສົບໄພ ນໍ້າຖ້ວມ ແລະ ໄດ້ພົບປະ ຫາລື ກັບ ທາງການລາວ ປະຈໍາ ທ້ອງຖີ່ນ (ທີ 20 ກັນຍາ 2011)
laos.usembassy.gov

ກົດຟັງສຽງ

ຍານາງ Karen Stewart ເອກ ອັຄຣາຊທູດ ສະຫະຣັຖ ປະຈຳລາວ ໄດ້ເດິນທາງ ໄປຍັງເຂດ ນ້ຳຖ້ວມ ທີ່ ແຂວງ ຄຳມ່ວນ ເພຶ່ອພົບກັບ ເຈົ້າຫນ້າທີ່ ໃນແຂວງ ແລະ ເພຶ່ອ ເບິ່ງແຍງ ການ ບໍຣິຈາກ ຂອງ ອົງການ ອາຫານ ຈາກ ສະຫະຣັຖ ໃຫ້ແກ່ ຊາວບ້ານ ຜູ້ທີ່ ປະສົບ ເຄາະຮ້າຍ ຈາກ ພັຍນ້ຳຖ້ວມ ທີ່ເມືອງ ມະຫາໄຊ ແຂວງ ຄໍາມ່ວນ.

ການຢ້ຽມຢາມ ແຂວງ ຄຳມ່ວນ ຂອງ ຍານາງ Stewart ເທື່ອນີ້ ຕິດຕາມ ໂດຍ ທ່ານ ປາສິດ ເດດພົມມະເທບ ຫົວຫນ້າ ຫ້ອງການ ພັຍພິບັດ ແຫ່ງຊາດລາວ ແລະ ທ່ານ ແສງທອງ ໂຄສົກ ສະພາ ແຂວງ ຄຳມ່ວນ ນອກຈາກນັ້ນ ກໍຍັງມີ ຍານາງ ອີຣິ ກູໂດະ ຜູ້ຕາງໜ້າ ອົງການ ອາຫານໂລກ ປະຈຳລາວ ຊຶ່ງເປັນ ອົງການ ທີ່ ຮັບຜິດຊອບ ກ່ຽວກັບ ການ ແຈກຢາຍ ການຊ່ວຍເຫລຶອ ທາງດ້ານ ອາຫານ ການກິນ.

ອົງການ ຊ່ວຍເຫລຶອ ສະຫະຣັຖ ຫລື USAID ໄດ້ໃຫ້ ການ ຊ່ວຍເຫລືອ ລາວຜ່ານ ສະຖານທູດ ສະຫະຣັຖ ຍ້ອນພັຍ ນ້ຳຖ້ວມ ຊື່ງມີ ເຂົ້າສານ 1,460 ຕັນ ແລະ ນ້ຳມັນພືດ 100 ຕັນ ທີ່ມີ ມູລຄ່າ ທັງຫມົດ ປະມານ 1 ລ້ານ 5 ແສນ ໂດລາ. ການຊ່ວຍເຫລືອ ດ່ັງກ່າວ ໄດ້ມອບໃຫ້່ ອົງການ ອາຫານໂລກ ເປັນຜູ້ ບໍຣິຈາກ ໃຫ້ແກ່ ຄອບຄົວ ທີ່ຖືກ ເຄາະຮ້າຍ ຈາກພັຍ ນ້ຳຖ້ວມ ໃນປີ 2010 ແລະ 2011. ແຂວງ ຄຳມ່ວນ ເປັນພາກ ສ່ວນນຶ່ງ ຂອງການ ຊ່ວຍເຫລຶອ ໃນເທື່ອນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 24, 2011 05:42 AM

ມີທຸກຂ ກໍ່ມີສຸຂຂື້ນມາໄດ້ຢ່າງບໍຄາດຄິດ ວັນໄດໆ ກໍບໍສຳຄັນເທົ່າວັນນີ້ ເພາະມື້ອື່ນ ມື້ຮື ດີແນວໄດ ກໍບໍມີຄວາມສຳຄັນເທົ່າວັນນີ້.ບ້ານເມືອງຈະດີ ກໍເພາະປະຊາຊົລເປັນລັກ ປະເທສຈະເລີນ ໄດ້ ກໍຍ້ອນມິຕເຂົ້າໃຈແກ້ບັນຫາຊ່ວຍ ຖ້າຄັດກັນທາງອຸດົມຄະຕິ ປະຊາຊົລ ກໍເອື້ອມລະອາ ບັນຫາກໍບໍຊິນສຸດ ການຊ່ວຍກໍຄືການເສຍສະລະ ໄນທາງທີ່ດີ ດ້ວຍຈິດໄຈຜ່ອງໄສ ເວົ້າແຈ້ງ ເປັນການເຮັດບຸນນັ້ນລະ ຈຶງຂໍສະແດງຄວາມຂອບໃຈ ແລະ ອ່ວຍພອລ ແດ່ ທ່ານ ເອຄຣາຊທູດ ຈົ່ງ ປະສົບຜົລສຳເຣັຈໄນຫ້ນາທີ່ການງານ ປະກອບດ້ວຍຄວາມສຸຂກາຍສະບາຍໄຈ ຕໍໄປໄນພາຍຫ້ນາ.ຂອບໃຈ.