ມຸ້ງອົບນໍ້າຢາ ປ້ອງກັນຍຸງ

ອົງການ ກອງທຶນ ເດັກນ້ອຍ ສະຫະປະຊາຊາດ ກ່າວວ່າ ການຫຼຸດຜ່ອນ ຣາຄາ ມຸ້ງອົບນໍ້າຢາ ປ້ອງກັນຍຸງ ແມງໄມ້ ຈະຊ່ວຍ ປະຫຍັດເງີນ ໄວ້ສໍາລັບ ປີໜ້າ ໄດ້ປະມານ 22 ລ້ານ ໂດລາ ສະຫະຣັດ. ຕາມຣາຍງານ ຂອງ ເຈົ້າໜ້າທີ່ ຈາກອົງການ UNICEF.
ໂພໄຊສວັດ
2012.06.07
F-mosquito-net ແມ່ແລະລູກນ້ອຍ ນັ່ງຢູ່ຂ້າງມູ້ງ ທີ່ອົບນໍ້າຢາ ປ້ອງກັນຍຸງ ແລະແມງໄມ້ ເພື່ອໃຫ້ພົ້ນຈາກ ເປັນໄຂ້ ມະເລເລັຽ
UNICEF/Jan Grarup

ຜູ້ອໍານວຍການ UNICEF ທ່ານ Anthony Lake ກ່າວ ໃນກອງປະຊຸມ ຜູ້ບໍຣິຫານ ວ່າ  “ໃນຍາມທີ່ ບໍ່ມີຄວາມ ທຸ່ນທ່ຽງ ທາງດ້ານການເງິນ ການປະຫຍັດ ດັ່ງກ່າວ ເປັນຂ່າວດີ ສໍາລັບ ຣັຖບານ ແລະ ດີໄປກວ່ານັ້ນ ແມ່ນເປັນຂ່າວດີ ສໍາລັບ ເດັກນ້ອຍ”. ອີງຕາມ ລາຍງານ ຂອງ UNICEF ຣາຄາ ມຸ້ງອົບນໍ້າຢາ ໃຊ້ກາງກັນຍູງ ທີ່ມີ ຄຸນນະພາບດີ ແລະ ໃຊ້ໄດ້ດົນກວ່າ ໄດ້ຫລຸດລົງ ຕໍ່າກວ່າ 3 ໂດລາ ສະຫະຣັຖ ຕໍ່ຜືນ.

ເຈົ້າໜ້າທີ່ UNICEF ຈາກນະຄອນ Copenhagen ນາງ Shanelle Hall ກ່າວວ່າ “ບໍ່ເຄີຍມີ ມາກ່ອນ ທີ່ຣາຄາ ມຸ້ງອົບນໍ້າຢາ ຈະຫລຸດຕໍ່າ ລົງຮອດພຽງນີ້ ຊຶ່ງຈະເປັນຜົນດີ ຕໍ່ເດັກນ້ອຍ ແລະ ຄອບຄົວ ໃນປະເທດ ທີ່ກໍາລັງ ພັທນາ”.

ການຫລຸດຣາຄາ ຂອງ ມຸ້ງອົບນໍ້າຢາ ເປັນການ ປະຫຍັດ ຄ່າໃຊ້ຈ່າຍ ຫລາຍຢ່າງ ຂອງ UNICEF ເຊັ່ນ ຄ່າຊື້ ຢາສັກ ກັນພຍາດໄຂ້ປ່າ ມາເລເຣັຍ ແລະ ພຍາດຖອກທ້ອງ 735 ລ້ານ ໂດລາ ສະຫະຣັຖ ໃນຈໍານວນ ດັ່ງກ່າວ 498 ລ້ານ ໂດລາ ສະຫະຣັຖ ແມ່ນລາຍຈ່າຍ ຄ່າຊື້ຢາສັກກັນ ພຍາດຖອກທ້ອງ ທີ່ ເປັນພຍາດ ເຮັດໃຫ້ເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ຕາຍຫລາຍ ໃນອັນດັບທີ 2 ຂອງໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.