ຂ່າວໃນລາວ ເປັນລັກສນະທາງການ

ການອອກ ຂ່າວ ຢູ່ ສປປລາວ ມີລັກສນະ ວິຊາການ ເປັນ ທາງການ ເກີນໄປ ບໍ່ມີ ເຈາະເລິກ ແລະ ບໍ່ຕິຕຽນ.
ອະວາຣີ
2011.05.05
F-ministry ອົງການ UNESCO ຄືຜແນກນື່ງຂອງ ອົງການ ສະຫະປະຊາຊາດ
UNESCO

ກົດຟັງສຽງ

ຕາມບົດຣາຍງານ ຂອງອົງການ ການສຶກສາ ວິທຍາສາດ ແລະ ວັທນະທັມ ຂອງ ສະຫະປະຊາຊາດ ຫລື ຢູແນສໂກ ທີ່ອອກ ເຜີຍແຜ່ ເມື່ອວັນທີ່ 3 ເດືອນພຶສພາ ທີ່ ບາງກອກ ປະເທດໄທ.

ບົດຣາຍງານ ແຈ້ງຣາຍ ລະອຽດ ວ່າ ນັກຂ່າວ ຢູ່ໃນເຂດອ່າງ ແມ່ນ້ຳຂອງ ໄດ້ຮັບການ ຂົ່ມຂູ່ຫລາຍ ໃນຣະຍະ ສອງສາມປີ ທີ່ຜ່ານມາ ເຊັ່ນຢູ່ໄທ ພະມ້າ ວຽດນາມ ແລະ ສປປລາວ, ໂດຍສະເພາະ ໃນລາວ ຣັຖບານ ເປັນຜູ້ ຜູກຂາດ ໃນການ ອອກຂ່າວ; ຂ່າວທຸກຢ່າງ ຕ້ອງຮັບໃຊ້ ຜົນປໂຍດ ຂອງພັກ ແລະຣັຖ. ການຂຽນຂ່າວ ແລະ ອອກຂ່າວ ສ່ວນຫລາຍ ເປັນການຂຽນ ທີ່ມີ ລັກສນະ ວິຊາການ ແລະ ກໍເປັນ ທາງການເກີນໄປ. ບໍ່ພຽງ ເທົ່ານັ້ນ ການອອກຂ່າວ ຍັງບໍ່ມີການ ທ້າທາຍ ບໍ່ເຈາະເລິກ ແລະ ກໍບໍ່ຕຳນິ ຕິຕຽນ ພັກ ຫລື ຣັຖບານ ເລີຍ. ເຖິງຢ່າງໃດ ກໍດີ ທາງຢູແນສໂກ ກໍເຫັນວ່າ ສື່ມວລຊົນ ຂອງລາວ ກໍໄດ້ມີຄວາມ ກ້າວໜ້າ ຂື້ນຫລາຍ ໃນຣະຍະ ສອງສາມປີ ທີ່ຜ່ານມາ.

ທ່ານ ວັນນະພອນ ສິດທິຣາຊ ຜູ້ສ້າງໜັງ ສາຣະຄະດີ ຢູ່ລາວ ກ່າວວ່າ ປັດຈຸບັນ ສປປລາວ ມີກົດໝາຍ ສື່ມວລຊົນ ແລ້ວ ຊຶ່ງອະນຸຍາດ ໃຫ້ ເອກກະຊົນ ມີສິດ ເປັນເຈົ້າຂອງ ສະຖານີ ໂທຣະທັດ ວິທຍຸ ແລະ ໜັງສືພິມ ໄດ້. ບໍ່ເທົ່ານັ້ນ ບໍຣິສັດ ເອກກະຊົນ ຍັງສາມາດ ຊື້ເວລາ ອອກຣາຍການ ທາງສະຖານີ ໂທຣະທັດ ແລະ ວິທຍຸແຫ່ງຊາດ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.