ປ່າໄມ້ແຂວງຊຽງຂວາງ ໃກ້ຈະສູນພັນ

ຕົ້ນໄມ້ ຫລາຍຊນິດ ໃນແຂວງ ຊຽງຂວາງ ໃກ້ຈະ ສູນພັນ ຍ້ອນມີ ການລັກລອບ ຕັດຢູ່ ບໍ່ຂາດ.
ຈະເຣີນສຸກ
2012.02.17
F-mountains-trees ໃນແຂວງ ພາກເໜືອ ຂອງລາວ: ໜ່ວຍພູທີ່ ກໍາລັງຈະ ປາສຈາກຕົ້ນໄມ້ ຮູປນີ້ຖ່າຍ ໃນປີ 2006 ມາດຽວນີ້ ກໍຄົງຈະເປັນ ພູຫົວຫຼ້ອນ ໄປແລ້ວ
RFA

ເຂດປ່າສງວນ ໃນແຂວງ ຊຽງຂວາງ ຍັງມີການ ລັກລອບ ຕັດໄມ້ ໂດຍຊາວບ້ານ ຢູ່ຕລອດມາ ໂດຍສະເພາະ ໄມ້ດີ ທີ່ຫາກຍາກ ຊຶ່ງຈະກາຍ ເປັນໄມ້ ທີ່ຈະໃກ້ ສູນພັນ. ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ປ່າໄມ້ ທີ່ບໍ່ ປະສົງອອກຊື່:

”ການລັກລອບ ຕົວນີ້ ມີ ເພາະວ່າ ມັນເປັນ ປ່າສງວນນີ້ ມັນມີໄມ້ ໂລ່ງເລ່ງ,ໄມ້ອີ່ຫ້ອມ ເດ ເປັນໄມ້ ທີ່ໃກ້ສູນພັນ ຢູ່ລາວ ນີ້ແຫລະ.”

ທ່ານ ກ່າວຕື່ມວ່າ ໄມ້ຂຍຸງ ໄມ້ແຄນຊີ ໄມ້ເປືອຍ ໄມ້ໂລ່ງເລ່ງ ແລະ ໄມ້ອີ່ຫ້ອມ ເປັນໄມ້ ທີ່ຫາຍາກ ແຕ່ຍັງພົບເຫັນ ໃນປ່າ ທີ່ແຂວງ ຊຽງຂວາງ ໂດຍສະເພາະ ໃນເຂດ ປ່າສງວນ ໄມ້ເຫລົ່ານີ້ ເປັນໄມ້ ທີ່ມີຄວາມ ຕ້ອງການສູງ ໃນຕລາດ ຈຶ່ງເຮັດໃຫ້ ການປ້ອງກັນ ມີຄວາມລໍາບາກ ໃນຂນະທີ່ ຍັງພົບເຫັນ ມີການລັກລອບ ຕັດຢູ່ຕລອດ ສົ່ງຜົລໃຫ້ ໄມ້ໂລ່ງເລ່ງ ແລະ ໄມ້ ອີ່ຫ້ອມ ກາຍເປັນໄມ້ ຫາຍາກ ແລະ ໃກ້ຈະສູນພັນ ໄປຈາກແຂວງ.

ທ່ານກ່າວຕື່ມວ່າ ປ່າສງວນ ຄືເຂດ ຊີວະນາໆພັນ ເປັນທີ່ຢູ່ອາສັຍ ຂອງສັດປ່າ ແລະ ໄມ້ຫາຍາກ ຫລາຍຊນິດ ພື້ນທີ່ດັ່ງກ່າວ ຈື່ງກາຍເປັນ ເປົ້າໝາຍ ຂອງນາຍທຶນ ທີ່ຕ້ອງການ ໄມ້ເຫລົ່ານັ້ນ ມາແປຮູບ ເປັນສິນຄ້າ ຣາຄາແພງ ເພື່ອສົ່ງອອກຂາຍ ຕ່າງປະເທດ.

ໃນປີ ທີ່ຜ່ານມາ ແຂວງຊຽງຂວາງ ອະນຸມັດ ພື້ນທີ່ 31,609 ເຮັກຕາຣ ເປັນປ່າຜລິດ ຊຶ່ງ ປະຊາຊົນ ສາມາດ ເຂົ້າໄປຂຸດຄົ້ນ ໄມ້ໄດ້ ໂດຍກໍານົດ ໂຄຕ້າ ຂອງການຕັດໄມ້ ປີຜ່ານມາ ຢູ່ 2,000 ແມັດກ້ອນ. ແຕ່ບັນຫາ ບຸກລຸກ ຖາງປ່າ ເຮັດໄຮ່ ເລື່ອນລອຍ ການລັກລອບ ຕັດໄມ້ ແລະ ນະໂຍບາຍ ປູກຕົ້ນໄມ້ຄືນ ທີ່ຍັງບໍ່ ປະສົບຜົລ ສໍາເຣັດນັ້ນ ເຮັດໃຫ້ ປ່າໄມ້ ທີ່ມີໜ້ອຍ ຢູ່ແລ້ວນັ້ນ ຫລຸດລົງ ຢ່າງໄວວາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 20, 2012 02:04 AM

LA FORET DE X-KH VONT DISPARAITRE,C'EST LA FAUTE DE LENG SAVATH ET YONG CHANTALANSY
DES CHINOIS MIX,ILS PENSENT QUE DE L'ARGENT

Anonymous
Aug 05, 2012 01:25 AM

ທາງເມີໍອງງານພູນ້ເດເຂ່າຕັດໄມ້ ບັກຫລາຍເລຶຍເປັນໄມ້ເເບບໄມ້ໂລ່ງເລງ ເເລະໄມ້ບັນເເກ້ວສວ່ນຫລາຍ. ຈາກຄນຫັວງດີ

Anonymous
Feb 21, 2012 04:21 PM

ລັດຖະບານຄວນສົ່ງເສີມການສຶກສາໃຫ້ຫຼາຍກວ່າທີ່ເປັນຢູ່ໃນປະຈຸບັນ ເຮັດໃຫ້ຄົນລາວມີຄວາມຮູ້ສາມາດປະກອບອາຊີບທີ່ດີໆໄດ້ ໂດຍບໍ່ຕ້ອງໄປເພິ່ງພາທຳມະຊາດຫຼືຊັບພະຍາກອນປ່າໄມ້ຫຼາຍເກີນໄປ ເພາະມັນເຮັດໃຫ້ສະພາບແວດລ້ອມເຊື່ອມໂຊມ ຍົກຕົວຢ່າງປະເທດສິງກະໂປ ເຂົາບໍ່ມີຊັບພະຍາກອນທຳມະຊາດ ແຕ່ເຂົາມີຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດເຂົາກໍ່ຍັງລວຍໄດ້.

Anonymous
Feb 19, 2012 06:39 AM

ແມ່ນຄວາມເສື່ອມເປັນຍອດແທ້ໆ ແລະ ຄວາມຈະເລີນທີ່ເລວຮ້າຍໄດ້ເກີດ ແກ່ ປະເທດຊາຕແລະປະຊາຊົນລາວ ແລ້ວ ໄນຍຸກຄວາມກ້າວຫນ້າທາງດ້ານວັດຖຸ ຂໍໃຫ້ປະຊາທິປະໄຕຮ່ວມສູນ ໝັ້ນຍືນ..ໝັ້ນຍືນຕໍໄປເທີ່ນ.

Anonymous
Feb 22, 2012 02:17 AM

It is not only in Xiengkhouang province but all of Laos, because the Lao govt want to sale the good wood to Vietnam and China. I don't care about rice field.