ຂົວແຫ່ງທີ 3 ຈະຊ່ວຍສົ່ງເສີມເສຖກິດ

ຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ຈະ ສົ່ງເສີມ ການຄ້າ ໃນ ພູມີພາຄ.
ໂພໄຊສວັດ
2011.11.10
F-third-bridge-thakhek ຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ຣະຫວ່າງ ເມືອງທ່າແຂກ ແຂວງຄໍາມ່ວນ ເມືອງແລະແຂວງ ນະຄອນພະນົມ
RFA

ກົດຟັງສຽງ

ພໍ່ຄ້າ ແມ່ຄ້າ ທີ່ມີ ທຸຣະກິຈ ຂນາດນ້ອຍ ຢູ່ ແຂວງຄໍາມ່ວນ ເຊື່ອວ່າ ຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ຣະຫວ່າງ ເມືອງທ່າແຂກ ແຂວງ ຄໍາມ່ວນ ເມືອງ ແລະ ແຂວງ ນະຄອນພະນົມ ທີ່ຈະເປີດ ໃຊ້ ຢ່າງເປັນ ທາງການ ນັບຕັ້ງແຕ່ ມື້ວັນສຸກ ທີ 11 ພຶສຈິກາ 2011 ຈະຊ່ວຍ ສົ່ງເສີມ ການຄ້າຂາຍ ລະຫວ່າງ ສອງແຂວງ ແລະ ໃນ ພູມີພາກ ເພາະການ ຂົນສົ່ງ ຈະສະດວກ ສະບາຍ ງ່າຍຂຶ້ນ ແລະ ຖືກລົງ. ໃນ ປັດຈຸບັນ ໃຊ້ ການ ຂົນສົ່ງ ສິນຄ້າ ທາງເຮືອ ທີ່ຊັກຊ້າ ເສັຍເວລາ ແລະ ໃນຣາຄາ ແພງ. ແມ່ຄ້າ ເມືອງທ່າແຂກ ເວົ້າວ່າ:

"ຂົວນີ້ ມັນມີ ປະໂຫຍດ ຫລາຍອັນ ຫລາຍຢ່າງ ເພາະມັນເປັນ ຄວາມສະດວກ ໄດ້ຂີ່ບັກ ມັນເສັຍເວລາ, ມີຂົວ ເວລາ ເອົາເຄື່ອງ ນໍາເຂົ້າ ນໍາອອກ ກະບໍ່ມີ ລ່ວງເວລາ ມັນຮອດ 10 ໂມງ ກາງຄືນ".

ນາງເວົ້າ ຕໍ່ໄປວ່າ ການໃຊ້ ເຮືອບັກ ຂ້າມ ແມ່ນໍ້າຂອງ ມີການ ຈໍາກັດ ນໍ້າໜັກ ແລະ ຕ້ອງຂ້າມ ກ່ອນ 4 ໂມງແລງ ໃນ ແຕ່ລະມື້ ຫາກກາຍ ເວລາ ກໍຕ້ອງ ໄດ້ເສັຍ ຄ່າລ່ວງ ເວລາ. ຊາວເມືອງ ທ່າແຂກ ແຂວງ ຄໍາມ່ວນ ອີກຜູ້ນຶ່ງ ເວົ້າວ່າ:

"ຄ່າເຮືອກ່ະ 60 ບາດ, ຄ່າຢຽບດິນ ກ໋ະ 50 ບາດ ມັນກ໋ະ ລໍາບາກ ແບບເຮົາ ຊື້ເຄື່ອງ ຊື້ຂອງ ແບກຂຶ້ນ ແບກລົງ ມັນຍາກກວ່າ ຖ້າມີຂົວ ແລ້ວ ໄປທາງຣົຖ ມັນຈະສະບາຍ ເອົາຣົຖຂ້າມ ໄປແລ້ວ ມັນງ່າຍ ກວ່າ".

ປັດຈຸບັນ ທາງການ ທັງຝ່າຍ ລາວ-ໄທ ກໍຕຣຽມພ້ອມ ສໍາລັບ ພິທີເປີດ ຂົວ ດັ່ງກ່າວ, ນອກຈາກ ເຈົ້າໜ້າທີ່ ລະດັບສູງ ຈາກ ສອງປະເທດ ກໍຄາດວ່າ ຈະມີ ປະຊາຊົນ ທັງ ລາວແລະໄທ ເຂົ້າຮ່ວມ ຢ່າງ ຫຼວງຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.