ຫາກບໍ່ທວງຄ່າຊົດເຊີຍ ແມ່ນຖືວ່າສລະສິດ

ຊາວບ້ານ ບຶງທາຕຫລວງ ທີ່ບໍ່ຍື່ນ ເອກກະສານ ຂໍຄ່າ ຊົດເຊີຽ ທີ່ດິນ ຈະຖືວ່າ ສລະສິດ ແລ້ວ.
ສົມເນ
2012.06.22

ເຈົ້າໜ້າທີ່ ຄນະກັມມະການ ຮັບຜິດຊອບ ການເວນຄືນ ທີ່ດິນ ຂອງ ປະຊາຊົນ ໃນເຂດ ພັທນາ ບຶງທາຕຫລວງ ແຈ້ງວ່າ  ຖ້າຫາກ ປະຊາຊົນ ຜູ້ທີ່ຖືກ ຜົນກະທົບ ຈາກໂຄງການ ພັທນາ ທີ່ຣັຖບານ ໃຫ້ສັມປະທານ ແກ່ບໍຣິສັດ ຈີນນັ້ນ ບໍ່ມາຍື່ນ ເອກກະສານ ຢັ້ງຢືນທີ່ດິນ ຂອງຕົນ ຕາມເວລາ ແລ້ວ ກໍຖືວ່າ ຕົນສລະສິດ ຈະບໍ່ສາມາດ ຮຽກຮ້ອງ ຕາມພາຍຫລັງ ໄດ້ອີກ. ດັ່ງເຈົ້າໜ້າທີ່ ກົມ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ:

"ເຮັດໄປຈົນຮອດ ເວລາ ເຂົານັ້ນແຫລະ ມັນຕ້ອງ ສລະສິດທິ ລະ ຄັນບໍ່ມາຍື່ນ  ຂອງຮູ້ຈັກ ຢູ່ຄັນບໍ່ມາ ຍື່ນກໍຕ້ອງໄດ້ ສລະສິດ ມັນບໍ່ແມ່ນ ເອກກະສານ ຄົບຫລືບໍ່ຄົບ ກໍຕ້ອງມາ ເບິ່ງກ່ອນ ເຮົາຈື່ງຈະຮູ້ ວິຈັຍຂໍ້ມູນ".

ເມື່ອປະມານ ຕົ້ນເດືອນນີ້ ທາງການກ່ຽວຂ້ອງ ໄດ້ແຈ້ງໃຫ້ ປະຊາຊົນ  6 ບ້ານໃນເຂດ ບຶງທາຕຫລວງ ນໍາໃຫ້ເອົາ ເອກກະສານ ໃບຢັ້ງຢື້ນ ຕາດິນມາຍື່ນ ຕໍ່ເຈົ້າໜ້າທີ່ ຮັບຜິດຊອບ ຢູ່ກົມ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຈາກວັນທີ່ 11-19 ມີຖຸນາ ເພື່ອວ່າທາງ ເຈົ້າໜ້າທີ່ ຈະໄດ້ ພິຈາຣະນາ ການໃຫ້ ຄ່າຊົດເຊີຽ ສໍາລັບທີ່ດິນ ທີ່ຕ້ອງ ສົ່ງຄືນຣັຖ:

"ຫລັງຈາກນີ້ ເຂົາມາສລຸບ ເຂົາວິຈັຍ ຂໍ້ມູນ ວິເຄາະຂໍ້ມູນ ຫລັງຈາກ ວິເຄາະຂໍ້ມູນ ແລ້ວເຂົາ ກໍສືບຕໍ່ບັດນີ້ ແລະ ເຂົາເຈົ້າ ຈ່າຍເງິນ ໃຫ້ພວກທີ່ເອົາ ເອກກະສານ ມາແຈ້ງ ຈະຊົດເຊີຽ ໃຫ້ໃນລະຍະ ທີ່ເຮັດວຽກ ການຈ່າຍເວນຄືນ".

ທ່ານວ່າ ການຈ່າຍ ຄ່າຊົດເຊີຽນີ້ ທາງບໍຣິສັດ ຈີນ ທີ່ລົງທືນ ພັທນາບຶງ ທາຕຫລວງ ໃນພື້ນທີ່ 365 ha ນັ້ນ ໄດ້ປະສານ ກັບທາງການ ລາວ ເປັນທີ່ ຮຽບຮ້ອຍແລ້ວ. ເຖິງແມ່ນວ່າ ຣັຖບານ ໄດ້ຈ່າຍໃຫ້ ປະຊາຊົນ ໄປກ່ອນແລ້ວ ກໍດີ ແຕ່ທາງ ບໍຣິສັດ ຕ້ອງຈ່າຍ ໃຫ້ຣັຖບານ ຄືນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.