ສີວັນໄຊພົມມະລາດ ຖືກຂັງປິດຫ້າມຢ້ຽມ
2012.12.27

ເຈົ້າໜ້າທີ່ ຕຳຣວດ ແຂວງຄຳມ່ວນ ບໍ່ ອະນຸຍາດ ໃຫ້ ທ່ານ ສຸກພະອວນ ພົມມະລາດ ຜູ້ເປັນຜົວ ແລະ ພີ່ນ້ອງ ຄອບຄົວ ເຂົ້າຢ້ຽມ ນາງ ສີວັນໄຊ ພົມມະລາດ ຜູ້ເປັນເມັຍ ຢູ່ໃນຄຸກ ແຂວງຄຳມ່ວນ. ດັ່ງທ່ານ ສຸກພະອວນ ໄດ້ເລົ່າ ຣາຍລະອຽດ ໃຫ້ຟັງວ່າ:
"ພວກເພິ່ນ ທີ່ກຳຄະດີ ຂອງ ເມັຍຂອງນ້ອງ ນັ້ນແຫລະ ຫ້ອງການ ສັນຕິບານ ຂໍໄປຢ້ຽມ ເພິ່ນບໍ່ໃຫ້ ໄປຢ້ຽມ ຍັງຢ້ຽມບໍ່ໄດ້ຫວະ ນາຍຍັງ ບໍ່ໃຫ້ຢ້ຽມ ເພິ່ນກະອີງວ່າ ນາຍບໍ່ໃຫ້ຢ້ຽມ ເທົ່ານັ້ນແຫລະ ຄືມື້ນີ້ ນ້ອງຈະເຂົ້າໄປ ສານແຂວງ ລອງເບິ່ງ ຊິ່ໄປຖາມເບິ່ງວ່າ ຊິເຮັດແນວໃດ ຈຶ່ງໄດ້ອອກ ແລະ ຊິ່ແກ້ໄຂແນວໃດ ຈຶ່ງຈະໄດ້ ຫັ່ນນ໋າ."
ນາງ ສີວັນໄຊ ພົມມະລາດ ຊຶ່ງຫາກໍອອກລູກ ໃໝ່ໆ ເປັນປະຊາຊົນ ໃນບ້ານນຶ່ງ ໃນເມືອງ ຍົມມະລາດ ແຂວງຄຳມ່ວນ ຖືກຈັບ ແລະກັກຂັງຢູ່ຄຸກ ແຂວງຄຳມ່ວນ ເປັນເວລາ ເດືອນກວ່າແລ້ວ ເພາະນາງ ແລະຜົວ ບໍ່ຍອມຍ້າຍ ອອກຈາກທີ່ດິນ ບ່ອນທີ່ເຂົາເຄີຍ ຢູ່ມາເປັນ ເວລາ ດົນນານແລ້ວ. ກ່ອນຈະຖືກຈັບ ແລະ ກັກຂັງ ສອງຜົວເມັຍ ແລະ ປະຊາຊົນ ໃນບ້ານອ້ອມແອ້ມ ຊາວກວ່າຄົນ ໄດ້ພາກັນ ໄປຫາຜູ້ໃຫຍ່ ຫວັງໃຫ້ເພິ່ນຊ່ວຍ ແກ້ໄຂ ຂໍ້ຂັດແຍ້ງ ທີ່ດິນໃຫ້ ແຕ່ເມື່ອໄປ ບໍ່ເຫັນຜູ້ໃຫຍ່ ກໍພາກັນກັບ.
ຫລັງຈາກນັ້ນ ນາງສີວັນໄຊ ແລະ ຊາວບ້ານ ທີ່ໄປນຳກັນ ກໍຖືກຈັບ ແຕ່ທັງໝົດ ຖືກປ່ອຍຕົວ ໃນເວລາຕໍ່ມາ ຍັງເຫລືອແຕ່ ນາງສີວັນໄຊ ທີ່ຍັງຖືກ ກັກຂັງຢູ່. ຜູ້ເປັນຜົວ ທີ່ກຳລັງ ເປັນຫ່ວງເປັນໄຍ ນໍາເມັຍ ເວົ້າວ່າ ເມັຍຖືກຕູ່ຫາ ຄະດີຄັດຄ້ານ ໂຄງການ ເຂື່ອນນ້ຳເທີນ 2 ຫລື ຮ້າຍໄປກວ່ານັ້ນ ຖືກຕູ່ຫາ ວ່າເປັນຜູ້ນຳພາ ຊາວບ້ານ ໄປປະທ້ວງ ຊຶ່ງເປັນຄະດີ ທີ່ຮ້າຍແຮງ ຢູ່ລາວ.