ຈີນຈະແພ່ອິດທິພົລ ເລີ້ມຈາກສາມຫລ່ຽມຄໍາ
2011.01.31
ກົດຟັງສຽງ
ປະທານ ສະມາຄົມ ທ່ອງທ່ຽວ ແຂວງຊຽງຮາຍ ທ່ານ ອະພິຊາດ ຕະສີນ ໄດ້ກ່າວເຖິງ ການເຂົ້າມາ ຂອງນັກລົງທຶນຈີນ ໃນເຂດ ສາມຫລ່ຽມຄຳ ໃນປັດຈຸບັນ ນີ້ວ່າ ຈີນ ໄດ້ເຂົ້າມາ ເປັນຈຳນວນຫລວງຫລາຍ ໂດຍສັງເກດໄດ້ ຈາກການເຂົ້າມາ ລົງທຶນ ຂນາດໃຫຍ່ ໃນລາວ ຊື່ງໃນອະນາຄົດ ຖ້າຫາກຫລາຍ ປະເທດ ໃນຂົງເຂດ ຍັງບໍ່ມີແຜນການ ທີ່ຈະຮັບມື ກັບຈີນ ຈະເຮັດໃຫ້ ມີການຂາດດູນ ການຄ້າ ຢ່າງຫນັກ ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ບໍ່ວາງແຜນທີ່ດີ ຜົລປໂຍດສ່ວນໃຫຍ່ ກໍ່ຈະຕົກເປັນ ຂອງຈີນ ເພາະຈີນຕ້ອງການ ກະຈ່າຍສີນຄ້າ ຕ້ອງການ ສີ່ງທີ່ເຂົາມີຢູ່ ຜ່ານເສັ້ນທາງນີ້ ເພື່ອກະຈ່າຍ ໄປໃນອາຊຽນ ດັ່ງນັ້ນ ຖ້າພວກເຮົາ ບໍ່ມີຣະບົບ LOSGISTIC ຈີນ ຈະຈັດເປັນ ຂອງເຂົາເອງຫມົດ".
ທ່ານກ່າວ ຕໍ່ໄປວ່າ ໃນປັດຈຸບັນ ຈີນ ໃຊ້ຖນົນ R3A ເພຶ່ອຂົນສີນຄ້າ ສົ່ງຜ່ານ ໄປປະເທດທີ 3 ເປັນຈຳນວນຫລວງຫລາຍ ຮ່ວມດ້ວຍການຂົນສົ່ງ ທາງນ້ຳ ເພື່ອກະຈ່າຍສີນຄ້າ ໃນເຂດ ສາມຫລ່ຽມຄຳ ທີ່ຈະເຮັດໃຫ້ ບັນດາປະເທດ ດັ່ງກ່າວ ຂາດດູນການຄ້າ ຫລາຍຂື້ນ ຍ້ອນບໍ່ສາມາດ ແຂ່ງຂັນໄດ້.
ປະເທດໃນຂົງເຂດ ເຊັ່ນ ສປປລາວ ໄທ ແລະ ພະມ້າ ຖ້າຍັງບໍ່ມີ ແຜນການ ໃນການຮັບມື ກັບຈີນ ກໍ່ຈະເປັນຝ່າຍ ເສັຽປຽບ ທາງດ້ານການຄ້າ ໃນອະນາຄົດ. ສຳລັບການເຂົ້າມາ ຂອງຈີນ ໃນລາວນັ້ນ ທ່ານ ອະພິຊາດ ໃຫ້ຄວາມ ຄິດເຫັນວ່າ ລາວ ມີດີນແດນກວ້າງຂວາງ ແຕ່ຂາດນັກລົງທືນ ແລະ ຂາດຄວາມຮູ້ຫລາຍດ້ານ ຈື່ງຕ້ອງການ ການລົງທືນ ຈາກຈີນ ໃນການຍົກຣະດັບ ເສຖກິດ ຂອງລາວ. ແຕ່ຖ້າຫາກມີແຜນ ໃວ້ລ່ວງຫນ້າ ກໍ່ຈະເປັນການດີ.