ໄທບໍ່ຄວນໃຊ້ພລັງງານ ທີ່ມີຜົນທໍາລາຍ

ປະເທດໄທ ບໍ່ຕ້ອງການ ເຂື່ອນ ໄຊຍະບຸຣີ ຫລື ພລັງງານ ແບບໃດໆ ທັງໝົດ ທີ່ສາມາດ ທໍາລາຍລ້າງ ສີ່ງອື່ນໆ.

0:00 / 0:00

ກົດຟັງສຽງ

ຜູ້ຕາງໜ້າ ຫລາຍກວ່າ 130 ຄົນ ຈາກອົງການ ປະຊາຄົມ ຫລື NGOs ຂອງໄທ ໄດ້ສເນີ ແຜນພັທນາ ພລັງງານ ແລະ ວິທີເຮັດໃຫ້ ໄທ ມີພລັງງານ ທີ່ຍືນຍົງ ໃນອະນາຄົດ. ຂໍ້ສເນີຊີ້ ໃຫ້ເຫັນວ່າ ໃນອະນາຄົດ ໄທ ບໍ່ໄດ້ຕ້ອງການ ພລັງງານ ໄຟຟ້າ ທີ່ຜລິດຈາກ ເຂື່ອນ ໄຊຍະບຸຣີ ທີ່ຈະສ້າງ ໃສ່ ແມ່ນໍ້າຂອງ ຫລື ຈາກໂຄງການ ພັທນາ ພລັງໄຟຟ້າ ນິວເຄລັຍ. ໃນເວລາ ດຽວກັນ ກໍເຫັນວ່າ ການລົງທຶນ ໃນພລັງງານ ທີ່ມີ ປະສິດທິພາບ ໃນພລັງງານ ທົດແທນ ແລະ ພລັງງານຊີວະພາບ ອາດຈະຫລຸດຜ່ອນ ຄ່າໄຟຟ້າ ລົງຮອດ 12 ສ່ວນຮ້ອຍ ພາຍໃນປີ 2030 ແລະ ເພື່ອຫລີກລ້ຽງ ການລົງທຶນ 60 ຕື້ ໂດລາ ສະຫະຣັຖ ຫລືປະມານ 2 ຕື້ໆບາດ. ນາງ ຊື່ນຊົມ ແສນກະລາສີ ຜູ້ຊ່ຽວຊານ ດ້ານພລັງງານ ແລະ ເສຖກິດ ກ່າວກ່ຽວກັບ ເຣື່ອງນີ້ວ່າ:

"ທາງດ້ານ ສິ່ງແວດລ້ອມ ການປ່ອຍກາສ ເຮືອນແກ້ວ ຄ່າໄຟຟ້າ ຖືກກວ່າ ວ່າດ້ວຍການ ໝູນວຽນຍືດອາຍຸ ໂຮງໄຟຟ້າ ການຜລິດ ຢ່າງມີ ປະສິດທິພາບ ສູງ. ເຮົາພົບວ່າ ຄ່າໄຟ ບໍ່ພຽງແຕ່ ຖືກລົງ ແຕ່ ເຮົາອາດຈະ ບໍ່ຕ້ອງເພິ່ງ ພລັງງານ ໄຟຟ້າ ນິວເຄລັຍ ແລະ ການນໍາເຂົ້າ ພລັງງານ ດັ່ງເຂື່ອນ ຂນາດໃຫຍ່ ທີ່ມີຜົນ ກະທົບສູງ ຮວມທັງ ເຂື່ອນ ໄຊຍະບຸຣີ".

ຜູ້ຕາງໜ້າ ຫລາຍກວ່າ 130 ຄົນ ຈາກອົງການ ປະຊາຄົມ ຫລື NGOs ໄດ້ຮອງຮັບ ເອົາແຜນການ ແລະ ນະໂຍບາຍ ທີ່ໄດ້ສເນີ ໄປ ຊຶ່ງຈະນໍາມາ ຊຶ່ງພລັງງານ ທີ່ຍືນຍົງ ແລະ ມີທາງເລືອກ ທີ່ຖືກລົງ ກວ່າ ພລັງງານ ທີ່ແຜນການ ພລັງໄຟຟ້າໄທ ດັ້ງເດີມ ໄດ້ສເນີ ຂຶ້ນມາແຕ່ປີ 2010.