ຫຼາຍໝູ່ບ້ານໃນໄທ ກໍາລັງແຫ້ງແລ້ງ

ຫຼາຍຫມູ່ບ້ານ ໃນໄທ ປະເຊີນກັບ ພັຍແຫ້ງແລ້ງ ຍ້ອນນ້ຳ ໃນເຂື່ອນ ກໍຫລຸດລົງ ຕໍ່າກວ່າ ເຄີ່ງ.
ສິດນີ
2012.04.05

ກົດຟັງສຽງ

ທ່ານ ວິບູນ ສງວນພົງ ເອກອະທິບໍດີ ຫ້ອງການ ປ້ອງກັນ ພັຍພິບັດ ແຫ່ງຊາດ ຖແລງ ໃນມື້ວານ ນີ້ວ່າ ປະມານ ກວ່າ 21 ພັນບ້ານ ໃນເຂດ 37 ແຂວງຂອງໄທ ສ່ວນໃຫຍ່ ຈະເປັນແຂວງ ພາກເຫນືອ ພາກຕາເວັນ ອອກສ່ຽງເຫນືອ ແລະ ພາກກາງ ຂອງໄທ ຖືກປະກາດ ໃຫ້ເປັນພື້ນທີ່ ພັຍແຫ້ງແລ້ງ ໃນປີນີ້. ທ່ານວ່າ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກພັຍ ແຫ້ງແລ້ງ ສາມາດ ໂທຣະສັບ ຂໍຄວາມ ຊ່ອຍເຫລືອ ຈາກທາງການ ໄດ້ຕຣອດ ເວລາ.

ກົມຊົລປະທານ ແຫ່ງຊາດ ຖແລງວ່າ ເຂື່ອນນ້ຳໃຫຍ່ໆ ໃນປະເທດ ໃນປັດຈຸບັນ ມານ້ຳພຽງ ແຕ່ 44 ພັນ ແມັດກອ້ນ ແຕ່ໃນນັ້ນ ສາມາດໃຊ້ ສຳລັບ ການຊົລປະທານ ພຽງແຕ່ 30% ເຂື່ອນໄຟຟ້າ ເຊັ່ນເຂື່ອນ ຫ້ວຍນ້ອຍ ບຳຣຸງດັນ ທີ່ແຂວງ ພິສນຸໂລກ ມີນ້ຳພຽງແຕ່ 29 ສ່ວນຮ້ອຍ ເຂື່ອນປາສັກ ທີ່ແຂວງ ລົບບຸຣີ ມີນ້ຳພຽງແຕ່ 41 ສ່ວນຮ້ອຍ ເຂື່ອນຫ້ວຍຫລວງ ທີ່ແຂວງ ອຸດອນທານີ ມີນ້ຳປະມານ 27% ແລະ ເຂື່ອນ ລຳປາວ ທີ່ແຂວງ ກາຣະສີນ ມີນ້ຳພຽງແຕ່ 39% ແລະ ເຂື່ອນອື່ນໆ ໃນໄທ ກໍມີນ້ຳ ຫນ້ອຍກວ່າ ປົກກະຕິ ໃນປີນີ້ ບໍ່ພໍສຳລັບ ການຊົລປະທານ ແລະ ການປັ່ນໄຟຟ້າ.

ເຖິງຢ່າງໃດ ກໍຕາມ ຫ້ອງການ ຊົລປະທານ ກໍໄດ້ແຈກ ຈັກປ້ຳນ້ຳ ໃຫ້ແກ່ຊາວ ຊາວກະສີກອນ ໃນພື້ນທີ່ ທີ່ຂາດນ້ຳ ສຳລັບ ການກະເສດ ແຕ່ກໍຍັງ ບໍ່ທົ່ວເຖີງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 11, 2012 01:17 PM

ຜູ້ອ້າຍກໍ່ຫລ່ຽມຈັດ,ນ້ອງກໍ່ປູນິ້ມຊີມໄປບົ່ນໄປ ເງິນຄ່າແຮງຕ່ຳ 300 ບາດ ກໍ່ເຍື້ອນຕໍ່ ເງິນ ປຣິນຍາຕີຣກໍ່ຄ້າງໄວ້ ເພາະປູຍັງໄຂ່ບໍ່ອອກເທື່ອ ລໍຖ້າຝົນຄະນອງຟ້າ ລົງມາຖົ້ມພື້ນດິນແລ້ວທຸກຢ່າງກໍ່ຈະ OK! ຂໍໃຫ້ພີ່ນ້ອງທຸກຄົນໃຈເຢັນໆລໍຖ້າເດີ.

Anonymous
Apr 05, 2012 12:12 PM

ຍ້ອນປູບໍ່ທັນໄຂ່ ນ້ຳຫລາຍກໍ່ເກີດມີນ້ອຍ ເວລາປູໄຂ່ໃສ່ ນ້ຳນ້ອຍກໍ່ຈະກາຍມາຖ້ວມບ້ານ ຖ້ວມເມືອງ,ໂອຽ!ເປືອງແທ້ເດ, ພາສີປະຊາຊົນຂອງຊາຕ.ລັກການທີ່ແນະນຳໃຫ້ ກໍ່ຄື ຢ່າປະໝາດ ແລະ ຢ່າໄວ້ໃຈທາງວາງໃຈຄົນ ມັນຈະສົນລະວົນຮອບດ້ານ ພີ່ນ້ອງ ຂໍຣັບ!