ຊາວບ້ານອອກປາບ ພວກຄ້ອງຄໍໝາ
2012.08.20
ນາຍ ສຸຣິຢາ ຊາວໂມ ຫົວຫນ້າຊຸມຊົນ ທີ່ບ້ານກູຣູກູ ເມືອງ ນະຄອນພະນົມ ເວົ້າ ໃນວັນຈັນນີ້ວ່າ ຊາວບ້ານ ໄດ້ພາກັນຕັ້ງຈຸດ ກວດກາ ໃນຕອນກາງຄືນ ເພື່ອປ້ອງກັນ ບໍ່ໃຫ້ກຸ່ມ ອັນຕະພານ ເຂົ້າມາລັກ ຈັບໝາ ຊື່ງພຶດຕິກັມ ດັ່ງກ່າວ ໄດ້ເພີ້ມຫລາຍຂື້ນ ໃນເວລາ ສອງສາມເດືອນ ຜ່ານມາ.
ທ່ານວ່າ ໝາສ່ວນໃຫຍ່ ຖືກລັກ ໃນຍາມກາງຄືນ ຣະຫວ່າງເວລາ 1 ໂມງຫາ 4 ໂມງເຊົ້າ ແລະ ຊາວບ້ານ ທີ່ ມີໝາເສັຽໄປນັ້ນ ມັກຈະຢູ່ໃກ້ ຖນົນ. ພວກກຸ່ມ ອັນຕະພານ ຈະຂີ່ຣົຖ ກະບະ ເລາະຕາມຖນົນ ຈະມີຜູ້ຊາຍ ສອງຄົນຖືບ້ວງ ເພື່ອຄ້ອງເອົາໝາ ເມື່ອເຫັນໝາ ກໍຄ້ອງຄໍມັນ ຢ່າງວ່ອງໄວ ແລະຊໍານານ ພວກເຂົາ ສາມາດຄ້ອງໝາໄດ້ ໃນຂນະທີ່ ຣົຖຍັງ ແລ່ນຢູ່.
ຫມູ່ບ້ານກູຣູກູ ເປັນຫມູ່ບ້ານ ທີ່ໃກ້ກັບບ້ານ ທ່າລາ ຊື່ງເປັນບ່ອນ ທີ່ຂາຍຊີ້ນໝາ ແຫ່ງດຽວໃນແຂວງນີ້ ໃນປີຜ່ານມາ ມີໝາກວ່າ 10 ໂຕ ຖືກລັກໄປຈາກ ບ້ານດ່ັງກ່າວ. ຫລັງຈາກ ນັ້ນ ຊາວບ້ານ ກໍພາກັນ ຕັ້ງຈຸດກວດກາ ຣົດເຂົ້າ-ອອກ ຕາມຫມູ່ບ້ານ ໃນເວລາ ກາງຄືນ.
ເຈົ້າຫນ້າທີ່ ສັດລ້ຽງ ທີ່ແຂວງ ນະຄອນພະນົມ ເວົ້າວ່າ ມີໝາກວ່າ 1 ພັນ 8 ຮ້ອຍໂຕ ທີ່ຍຶດມາໄດ້ ແລະ ຖືກເກັບຂັງ ຢູ່ໃນສູນ ລ້ຽງສັດ ປະຈໍາແຂວງ ໃນປັດຈຸບັນ ໃນນັ້ນ 1 ພັນ 6 ຮ້ອຍໂຕ ໄດ້ຕາຍໄປແລ້ວ ສ່ວນທີ່ເຫລືອ ກໍຖືກຮັບເອົາ ໄປລ້ຽງ.