ສາຍຣົດໄຟໜອງຄາຍ ທ່ານາແລ້ງ

ທາງການ ຣົດໄຟ ຂອງ ໄທ ວ່າ ໃນສອງປີ ຂ້າງໜ້າ ການຂົນສົ່ງ ທາງຣົດໄຟ ສາຍ ໜອງຄາຍ ທ່ານາແລ້ງ ຈື່ງ ຈະດີຂື້ນ.
ສົມເນ
2011.06.23
F-Lao-train ຣົດໄຟສາຍ ໜອງຄາຍ ທ່ານາແລ້ງ
RFA

ກົດຟັງສຽງ

ເຈົ້າໜ້າທີ່ ການຣົດໄຟ ໄທ ວ່າ ເມື່ອໃດ ຫາກໄດ້ ລົງມື ປັບປຸງ ເສັ້ນທາງ ຣົດໄຟ ສາຍ ໜອງຄາຍ-ບາງກອກ ໃຫ້ດີຂື້ນ ແລ້ວ ຈື່ງຈະເຮັດ ໃຫ້ ກິຈການ ຂົນສົ່ງ ສິນຄ້າ ແລະ ການ ບໍຣິການ ຜູ້ໂດຍສານ ທາງຣົດໄຟ ລະຫ່ວາງ ໜອງຄາຍ ກັບ ທ່ານາແລ້ງ ຖືກໃຊ້ ບໍຣິການ ຢ່າງເຕັມສ່ວນ, ແລະ ກະວ່າ ປະມານ 2 ປີ ຂ້າງໜ້າ. ທ່ານ ຍຸທນາ ທັບຈະເຣີນ ຜູ້ວ່າການ ທາງຣົດໄຟ ແຫ່ງ ປະເທດໄທ ເປີດເຜີຽ ຕໍ່ ສື່ມວນຊົນ ບາງກອກ ວ່າ ເສັ້ນທາງ ຣົດໄຟ ໄທ-ລາວ ລະຫ່ວາງ ໜອງຄາຍ ກັບ ທ່ານາແລ້ງ ຊື່ງແນໃສ່ ການຂົນສົ່ງ ສິນຄ້າ ແລະ ການບໍຣິການ ຜູ້ໂດຍສານ ຊື່ງມີ ພຽງແຕ່ ສອງຕູ້ ເທົ່ານັ້ນ ປັດຈຸບັນ ນີ້ ບໍ່ມີຜູ້ໃຊ້ ບໍຣິການ ຢ່າງເຕັມ ອັດຕຣາ, ຈະເປັນ ຖ້ຽວເຊົ້າ ຫລື ຖ້ຽວແລງ ກໍດີ.

ບັນຫາ ມີຢູ່ວ່າ ຍ້ອນຄວາມ ຊັກຊ້າ ຂອງຂະບວນ ຣົດໄຟ ຈາກ ບາງກອກ ຫາ ໜອງຄາຍ. ອີກປະການນື່ງ ການຕລາດ ບໍຣິການ ທາງຣົດໄຟ ທັງຝ່າຍລາວ ຍັງບໍ່ ດືງດູດ ເອົາຜູ້ ໂດຍສານ ໄດ້ພໍ. ທ່ານວ່າ ບັນຫານີ້ ຍັງຈະຕ້ອງ ໄດ້ປືກສາ
ຫາລືກັນຕື່ມ ກັບທາງ ຝ່າຍລາວ. ເພື່ອໃຫ້ ການເດີນ ຣົດໄຟ ສາຍ ບາງກອກ ໜອງຄາຍ ທ່ານາແລ້ງ ຖືກໃຊ້ ບໍຣິການ ຢ່າງເຕັມ ສ່ວນ. ທ່ານວ່າ ຂັ້ນທໍາອິດ ທາງການ ຣົດໄຟໄທ ຈະສ້າງສູນ ຂົນສົ່ງ ສິນຄ້າ ລະຫ່ວາງ ໜອງຄາຍ ກັບທ່າເຮືອ ແຫລມຊະບັງ ດ້ວຍລະບົບ ຄອນເທັນເນີ້ ຫລື ເອີ້ນວ່າ ຕູ້ບັນຈຸ ສິນຄ້າ ຢູ່ ສະຖານີ ຣົດໄຟ ນາທາ ຊື່ງຕັ້ງຢູ່ ນອກເມືອງ ໜອງຄາຍ ສໍາລັບ ຂົນສົ່ງ ແຮ່ທາດ ທອງ, ເຂົ້າເບລ ສໍາລັບ ຜລິດເບັຽ, ແລະ ຊີມັງ ເປັນຕົ້ນ.

ໃນລະຍະ ຕໍ່ໄປ ຈະມີການ ຂົນສົ່ງ ສິນຄ້າ ລະບົບ ຫີບ-ຫໍ່ ຈາກໄທ ໄປລາວ ໃຫ້ໄວຂື້ນ, ແຕ່ກໍຍັງ ບໍ່ທັນ ມີການ ເຈຣະຈາ ເພື່ອລົງນາມ ສັນຍາ ກັນກັບ ຝ່າຍລາວ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.