ກົດຟັງສຽງ
ແຜນການ ຂອງ ຣັຖບານໄທ ທີ່ຈະຕໍ່ສູ້ ປາບປາມ ຂະບວນການ ຄ້າຢາເສບຕິດ ຄັ້ງໃໝ່ອີກ ໄດ້ສ້າງຄວາມ ກັງວົນໃຈ ໃຫ້ອົງການ ສິດທິມະນຸດ ທີ່ຢ້ານວ່າ ຄວາມຜິດພາດ ດັ່ງທີ່ເຄີຍ ເກີດຂຶ້ນໃນສມັຍ ການປົກຄອງ ຂອງ ອະດີດ ນາຍົກ ຣັຖມົນຕຣີ ທັກສິນ ຊິນນະວັດ ຈະຊໍ້າຮອຍອີກ. ເປັນທີ່ເຊື່ອ ກັນວ່າຈຳນວນ ຄົນທີ່ຖືກຂ້າ ມີຮອດ 2,600 ຄົນ, ສ່ວນຫລາຍຢູ່ ໃນສະພາບ ຜູ້ຕ້ອງສົງໄສ ໃນການເອົາ ມາຕການ ປາບປາມ ຂອງ ທ່ານທັກສິນ.
ຮອງນາຍົກ ຣັຖມົນຕຣີ ປະທານຄນະ ກັມມະການ ປາບປາມ ຢາເສບຕິດ ທ່ານສຸເທບ ເທືອກສຸບັນ ໄດ້ຮ້ອງປະຊຸມ ຄນະກັມມະການ ປາບປາມ ຢາເສບຕິດ ເພື່ອ ປຶກສາຫາລື ກ່ຽວກັບ ລາຍລະອຽດ ໃນການເອົາ ມາຕການປາບປາມ ຫວັງວ່າຈະ ຫລຸດຜ່ອນ ການໃຊ້ຢາ ແລະ ອາສຍາກັມ ທີ່ກ່ຽວກັບ ຢາເສບຕິດ.
ນາຍົກ ຣັຖມົນຕຣີໄທ ທ່ານ ອະພິສິດເວຊາຊີວະ ມີແຜນການ ທີ່ຈະເລີ້ມ ໂຄງການ ປາບປາມ ການໃຊ້ ແລະ ຄ້າຢາເສບຕິດ ໃຊ້ເວລາປີນຶ່ງ ນັບຕັ້ງແຕ່ ເດືອນໜ້າ ເປັນຕົ້ນໄປ. ໂຄງການຕໍ່ສູ້ ປາບປາມ ຢາເສບຕິດ ຈະເນັ້ນໃສ່ ສະເພາະ ເຂດຊາຍແດນ ທາງພາກເໜືອມີ ຊຽງໃໝ່, ຊຽງຮາຍ ແລະ ແມ່ຫ້ອງສອນ, ສວ່ນທາງພາກໃຕ້ ກໍມີ ປັດຕານີ, ຢາລາ ແລະ ນາຣາທິວາດ. ທ່ານ ສຸເທບ ກ່າວວ່າ ເຈົ້າໜ້າທີ່ ຮັບຜິດຊອບ ຈະເນັ້ນໜັກໃສ່ 175 ເຂດ, ສ່ວນໃຫຍ່ ແຂວງພາກກາງ ບ່ອນທີ່ການໃຊ້, ເສບ ແລະ ຄ້າຢາເສບຕິດ ມີການລະບາດ ແພ່ຫລາຍ.
ເຖິງຢ່າງໃດ ກໍຕາມ ອົງກອນປົກປ້ອງ ສິດທິມະນຸດ ທີ່ເຄີຍສິ້ງຊອມ ກວດກາ ສົງຄາມ ທີ່ຣັຖບານ ທັກສິນ ໃຊ້ໃນການ ກຳຈັດ ຢາເສບຕິດ ໄດ້ສະແດງ ຄວາມເປັນຫ່ວງ ກ່ຽວກັບ ການລິເລີ້ມ ແຜນການຕໍ່ສູ້ ປາບປາມ ຢາເສບຕິດ ທົ່ວປະເທດ ໃນເທື່ອໃໝ່ນີ້.