ແອຣ໌ເອເຊັຍໄທ ບໍ່ມີ ບໍຣິການຢູ່ລາວ

ລາວ ບໍ່ມີ ອະນຸຍາດ ໃຫ້ ແອຣ໌-ເອເຊັຍໄທ ບິນ ບໍຣິການ ທີ່ ສນາມບິນ ວັດໄຕ ນະຄອນຫລວງ ວຽງຈັນ.
ໂພໄຊສວັດ
2011.08.29
F-lao-airport ສາຍການບິນລາວ ຊື່ງເປັນຂອງ ຣັດວິສາຫະກິຈ
Marcel

ກົດຟັງສຽງ

ທາງການລາວ ບໍ່ອະນຸຍາດ ໃຫ້ ສາຍການບິນ ແອຣ໌-ເອເຊັຍໄທ ບິນ ບໍຣິການ ຊາວ ນະຄອນຫລວງ ວຽງຈັນ ເມືອງຫລວງ ຂອງລາວ, ຈື່ງເຮັດໃຫ້ ນະຄອນຫລວງ ວຽງຈັນ ເປັນປາຍທາງ ດຽວ ໃນເອເຊັຍ ຕາເວັນ ອອກ ສ່ຽງໃຕ້ ທີ່ສາຍ ການບິນ ທີ່ຮ່ວມ ລົງທຶນ ລະຫວ່າງ ມາເລເຊັຍ ກັບ ກຸ່ມລົງທຶນ ໃນ ປະເທດໄທ ຍັງບໍ່ ສາມາດ ບິນເຂົ້າ ສນາມບິນ ວັດໄຕ ຈາກ ສນາມບິນ ສຸວັນນະພູມ ບາງກອກ ໄດ້. ປະທານ ບໍຣິຫານ ສາຍການບິນ ແອຣ໌ເອເຊັຍໄທ ເປີດເຜີຍວ່າ ອາດຕ້ອງ ລໍຖ້າ ອີກ 2-3 ປີ ຈົນເຖິງ ເວລາ ນະໂຍບາຍ “ຟ້າເປີດ” ຂອງອາຊຽນ ດໍາເນີນການ ຈຶ່ງຈະໄປລົງ ວຽງຈັນ ໄດ້.

ປັດຈຸບັນ ແອຣ໌ເອເຊັຍໄທ ໄດ້ເປີດ ບໍຣິການ ຈາກ ສນາມບິນ ສຸວັນນະພູມ ບາງກອກ ໄປ ກຸງຮາໂນຍ, ນະຄອນ ໂຮຈິມິນ, ກຸງ ພະນົມເປັນ ແລະ ກຸງຢ້າງກຸ້ງ ຄົບທັງໝົດ ແລ້ວ, ແຕ່ ທາງການລາວ ຍັງລັ່ງເລໃຈ ຍ້ອນຢ້ານວ່າ ສາຍການບິນ ແອຣ໌ເອເຊັຍໄທ ອາດຈະ ຄຸກຄາມ ຕໍ່ສາຍ ການບິນ ແຫ່ງຊາດ ລາວ ໄດ້.

ເຖິງຢ່າງໃດ ກໍຕາມ ສາຍການບິນ ແອຣ໌ເອເຊັຍໄທ ກໍມີ ບໍຣິ້ການ ຈາກ ສນາມບິນ ສຸວັນນະພູມ ບາງກອກ ໄປ ແຂວງ ອຸດອນ ຣາຊທານີ ທີ່ມີ ຈໍານວນ ຄົນລາວ ຂ້າມໄປໃຊ້ ບໍຣິການ ເດີນທາງໄປ ບາງກອກ ຫລືແຫ່ງອື່ນໆ ໃນໄທ ແລະ ຕໍ່ໄປຍັງ ຕ່າງປະເທດ ຢ່າງຫລວງຫລາຍ ຍ້ອນຄ່າ ໂດຍສານ ທີ່ຖືກກວ່າ ສາຍການບິນ ລາວ ຢ່າງທຽບກັນ ບໍ່ໄດ້. ຖ້າຫາກ ແອຣ໌ເອເຊັຍໄທ ໄດ້ ອະນຸຍາດ ໃຫ້ ບິນ ລົງ ນະຄອນຫລວງ ວຽງຈັນ ກໍຄົງ ຈະມີການ ແຂ່ງຂັນ ທີ່ ສາຍການບິນ ແຫ່ງຊາດ ລາວ ບໍ່ອາດ ແຂ່ງຂັນ ນໍາໄດ້ ຍ້ອນຄ່າ ໂດຍສານ ຂອງ ແອຣ໌ເອເຊັຍ ນັ້ນຖືກກວ່າ ສາຍການບິນ ອື່ນໆ ໃນ ພູມີພາກ.

ນອກຈາກ ນັ້ນ ສາຍການບິນ ແຫ່ງຊາດ ລາວ ກໍຍັງ ຈະມີ ຄູ່ແຂ່ງ ເພີ້ມອີກ ເພາະ ສາຍການບິນ premier low cost ຂອງ ເອກກະຊົນ ກໍຈະເລີ້ມ ບໍຣິການ ພາຍໃນ ທ້າຍປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.