ຣົດໄຟຄວາມໄວສູງ ຣະຫວ່າງ ຈີນ-ໄທ
2011.08.01
ກົດຟັງສຽງ
ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ໄທ-ຈີນ ສາຍ ໜອງຄາຍ ບາງກອກ ມີທ່າທີວ່າ ຈະຊ້າໄປ ຕື່ມອີກ ຫລັງຈາກ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ທີ່ຈະເຊື່ອມຕໍ່ ກັບ ໂຄງການ ໄທ-ຈີນ ນັ້ນ ບໍ່ສາມາດ ດໍາເນີນໄປ ຕາມກໍານົດ ເວລາ. ຕາມລາຍງານ ຂອງ ໜັງສືພິມ ທ້ອງຖິ່ນ ທີ່ ອ້າງຕາມ ແຫລ່ງຂ່າວ ຂອງ ກະຊວງ ຄົມມະນາຄົມ ຂອງໄທ. ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ໄທ-ຈີນ ສາຍ ໜອງຄາຍ-ບາງກອກ ມີລະຍະ ທາງ 615 km, ແລະ ມີມູນຄ່າ ການກໍ່ສ້າງ 150,000 ລ້ານບາດ. ແຫ່ລງຂ່າວ ແຈ້ງວ່າ ການລ້າຊ້າ ຂອງ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ທີ່ກ່າວນີ້:
ອັນນື່ງ ແມ່ນຍ້ອນ ມາຈາກ ທາງການຈີນ ພົບເຫັນ ວ່າມີການ ສໍ້ຣາສ ບັງຫລວງ ຈົນເຖິງຂັ້ນ ວ່າຕ້ອງໄດ້ ປົດ ຣັຖມົນຕຣີ ທາງຣົດໄຟ ແລະ ເຈົ້າໜ້າທີ່ ຫລາຍຄົນ ຕ້ອງ ຖືກສອບສວນ. ແຫ່ລງຂ່າວ ຍັງກ່າວເຖິງ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ນັ້ນວ່າ ເປັນຍ້ອນ ຈີນແລະລາວ ໄດ້ ເຈຣະຈາ ປ່ຽນແປງ ຂໍ້ຕົກລົງ ຫລາຍຂໍ້ ຢູ່ໃນ ສັນຍາ ຄວາມ ເຂົ້າໃຈກັນ ສະບັບຕົ້ນ. ແຫ່ລງຂ່າວ ລະບຸວ່າ ເງື່ອນໄຂ ທີ່ ທາງການຈີນ ຕ້ອງການ ເພີ້ມນັ້ນ ແມ່ນ 1- ຣັຖບານ ຈີນ ສະເໜີ ຂໍສໍາປະທານ ດິນ ຕາມສອງຂ້າງ ທາງຣົດໄຟ ເບື້ອງລະ 5 km ຕລອດ ລະຍະ ທາງ 421 km ຮວມທັງ ພື້ນທີ່ ຢູ່ຕາມ ສະຖານີ ຕ່າງໆ, ຊື່ງ ເຣື້ອງນີ້ ແຫ່ລງຂ່າວວ່າ ສປປລາວ ຮັບບໍ່ໄດ້.
ອັນທີ່ສອງ ຈີນ ຂໍໃຫ້ ຄົນງານຈີນ ເຂົ້າໄປ ເຮັດວຽກ ໃນ ໂຄງການ ຢ່າງນ້ອຍ 50,000 ຄົນ ເນື່ອງຈາກ ເຫັນວ່າ ລາວ ບໍ່ມີ ຄົນງານ ດ້ານນີ້. ທາງການໄທ ວ່າ ເຣື້ອງ ດັ່ງກ່າວ ນີ້ ຈະບໍ່ໃຫ້ ເກີດກັບ ປະເທດໄທ.