ມາດາມຊູຈິກ່າວຕໍ່ ຊາວພະມ້າ ໃນສະຫະຣັດ
2012.09.26
ຂ່າວຈາກເມືອງ Fort Wayne ຣັຖ Indiana ຣາຍງານວ່າ ທ້າວ Myo Myint ຜູ້ທີ່ ເສັຽແຂນເສັຽຂາ ກໍ້າຂວາ ແລະ ນິ້ວມືຫລາຍນິ້ວ ໃນການ ຕໍ່ສູ້ ເພື່ອກອງທັບ ພະມ້າ ກ່ອນທີ່ລາວ ຈະເລີ່ມເຮັດວຽກ ຕ້ານຣະບອບ ການປົກຄອງ ທະຫານ ຂອງພະມ່າ ແລະ ກາຍເປັນນັກໂທດ ການເມືອງ.
Myo Myint ຜູ້ອົພຍົບ ໜີພັຍ ອາຍຸ 49 ປີ ຢາກຈະກັບຄືນ ສູ່ບ້ານເກີດ ໃນມື້ນຶ່ງຂ້າງໜ້າ ແຕ່ລາວບໍ່ເຊື່ອວ່າ ມັນຈະເກີດຂຶ້ນໄດ້ ເຖີງແມ່ນວ່າ ຈະໄດ້ຍິນ ມາດາມ ອອງຊານ ຊູຈິ ເວົ້າວ່າ ຈະເຮັດທຸກຢ່າງ ເພື່ອໃຫ້ ຊາວພະມ້າ ກັບຄືນປະເທດ ໃຫ້ໄດ້.
ທ້າວ Myint ເປັນນຶ່ງ ໃນຈໍານວນ ຫລາຍພັນຄົນ ທີ່ມາຕ້ອນຮັບ ມາດາມ ອອງຊານຊູຈິ ໃນວັນອັງຄານ ຜ່ານມາ ດ້ວຍຄວາມດີໃຈ ຈົນນໍ້າຕາ ຜ່ານໜ່ວຍ ໃນເວລາທີ່ ມາດາມ ກ່າວປາໃສຢູ່ ອະນຸສາວະຣີ ເມືອງ Fort Wayne ຣັຖ Indiana ທີ່ມາດາມ ຢ້ຽມຢາມ ເປັນບ່ອນທີສີ່ ໃນການ ຢ້ຽມຢາມ ສະຫະຣັຖ 17 ວັນຄັ້ງນີ້.
ທ້າວ Myint ຕົກເປັນນັກໂທດ ການເມືອງ ໃນປີ 1989 ຖືກຂັງຄຸກ 15 ປີ ລາວບໍ່ເຊື່ອວ່າ ມາດາມ ຈະສາມາດ ຊ່ວຍໃຫ້ລາວ ກັບຄືນ ພະມ້າ ໄດ້.