ປ່າໄມ້ເປັນກະແຈສູ່ ເປົ້າໝາຍການພັທນາ
2012.06.19
ລາຍງານໃໝ່ ຂອງອົງການ ອາຫານ ແລະ ການກະເສຕ ສະຫະປະຊາຊາດ FAO ເປີດເຜີຍວ່າ ປ່າໄມ້ ຂອງໂລກ ມີບົດບາດ ທີ່ສໍາຄັນ ໃນການ ປ່ຽນແປງ ໃຫ້ເປັນ ເສຖກິດ ສີຂຽວ ແຕ່ວ່າ ພາກຣັຖ ຕ້ອງໄດ້ເຮັດ ໃຫ້ເຫັນວ່າ ຕ້ອງມີການ ບໍຣິຫານ ໃຫ້ປ່າໄມ້ ຍືນຍົງໄດ້.
ຮອງ ຜູ້ອໍານວຍການ ອົງການ ອາຫານ ແລະ ການກະເສຕ ຝ່າຍປ່າໄມ້ ທ່ານ Eduardo Rojas-Briales ກ່າວ ໃນລາຍງານ ໃໝ່ວ່າ “ປ່າໄມ້ ແລະ ຕົ້ນໄມ້ ຕາມຮົ້ວສວນ ເປັນແຫລ່ງ ອາຫານ ເປັນພລັງງານ ແລະ ເປັນຣາຍໄດ້ ສໍາລັບພົລເມືອງ ຂອງໂລກ ທີ່ທຸກຍາກ ຫລາຍພັນ ລ້ານຄົນ”.
ໃນເວລາ ດຽວກັນ ປ່າໄມ້ ກໍເກັບຮັກສາ ຄາບອນ ແລະ ບັນເທົາ ຣະດັບ ຂອງການປ່ຽນແປງ ຂອງ ສະພາບ ດິນຟ້າອາກາດ ນອກຈາກນັ້ນ ຍັງຮັກສາ ເຮັດໃຫ້ນໍ້າ ແລະດິນມີ ຄຸນນະພາບດີ ແລະ ຍັງກັນບໍ່ໃຫ້ ຄົນໂຍກຍ້າຍ ປະຖິ້ມ ໜີຈາກ ສະຖານທີ່. ການບໍຣິຫານ ໃຫ້ປ່າໄມ້ ຍືນຍົງ ກໍຈະເຮັດ ໃຫ້ມີ ຜົນປໂຍດ ຫລາຍສິ່ງ ຫລາຍຢ່າງ ໂດຍສະເພາະ ຫາກມີໂຄງການ ແລະ ນະໂຍບາຍ ທີ່ຖືກຕ້ອງ ຈະເຮັດໃຫ້ ປ່າໄມ້ຍືນຍົງ ໃຫ້ເສຖກິດ ກາຍເປັນ ເສຖກິດສີຂຽວ.
ຣາຍງານ ກ່າວອີກວ່າ ປະຊາຊົນ ປະມານ 350 ລ້ານຄົນ ໃນປະເທດ ທີ່ທຸກຍາກ ຊຶ່ງຮວມທັງ 60 ລ້ານຄົນ ທີ່ເປັນຄົນ ທ້ອງຖິ່ນ ດັ້ງເດີມ ອາສັຍປ່າໄມ້ ເພື່ອການລ້ຽງ ຊີວິດ ກຸ້ມຕົນເອງ ແລະ ເພື່ອການ ຢູ່ລອດ ໃນລະຍະຍາວ.