ຊາວລາວບໍ່ຢາກຄຶດເຣື້ອງ ບຶງທາຕຫລວງ
2012.12.26

ໂຄງການ ບຶງທາຕຫລວງ ໄດ້ເລີ່ມກໍ່ສ້າງ ແລ້ວ ພາຍຫລັງ ມີພິທີເປີດ ການກໍ່ສ້າງ ເມື່ອວັນທີ 22 ທັນວາ 2012 ແຕ່ຊາວ ນະຄອນຫລວງ ວຽງຈັນ ບໍ່ມີຄວາມເຫັນ ແນວໃດ ຕໍ່ການ ກໍ່ສ້າງນັ້ນ ຂະນະທີ່ ຈໍານວນນຶ່ງ ເຫັນດີນໍາ. ກ່ຽວກັບ ເຣື່ອງນີ້ ຊາວ ນະຄອນຫລວງ ວຽງຈັນ ຜູ້ນຶ່ງເວົ້າວ່າ:
"ເວົ້າຕາມຕົງ ບໍ່ຮູ້ສຶກ ອີ່ຫຍັງເລີຍ ເພາະວ່າຜູ້ສ້າງ ກໍຄືເບື້ອງ ຜູ້ໃຫຍ່ ເພິ່ນກໍບໍ່ໄດ້ມາ ຖາມປະຊາຊົນ ວ່າປະຊາຊົນ ຢາກໄດ້ບໍ່ ຄວາມສະດວກ ສະບາຍ ແບບນີ້ ບໍ່ເຄີຍ ເພິ່ນຢາກເຮັດຫຍັງ ເພິ່ນກໍເຮັດ ທີ່ນີ້ ປະຊາຊົນ ຜູ້ທີ່ບໍ່ຮູ້ ອີ່ຫຍັງ ຖ້າຫາກ ວ່າສ້າງແລ້ວ ຂ້ອຍກໍເຫັນດີ ໄດ້ຊົມໄດ້ໃຊ້ ຊຶ່ງຂ້ອຍ ຕໍານິຕິຊົມ ຫຍັງບໍ່ໄດ້ ຂ້ອຍກໍເຮັດ ບໍ່ໄດ້ຄືເກົ່າ".
ນາງເວົ້າຕໍ່ໄປວ່າ ເຫັນການກໍ່ສ້າງ ເສັ້ນທາງໃຫຍ່ ເຂົ້າໄປ ແຕ່ໂດຍສ່ວນຕົວ ແມ່ນບໍ່ໄດ້ ຕິດຕາມຂ່າວ ບໍ່ຮູ້ວ່າ ຂະເຈົ້າກໍາລັງ ເລີ່ມສ້າງ ໂຄງການ ບຶງທາດຫລວງ ກັນຢູ່ ແລະວ່າ ເມື່ອເຫັນແລ້ວ ກໍບໍ່ຮູ້ສຶກດີໃຈ ແຕ່ຢ່າງໃດ ເພາະຮູ້ດີວ່າ ບໍຣິເວນ ທີ່ໂຄງການ ກວມເອົານັ້ນ ມີບັນຫາ ເກີດຂຶ້ນ ຫລາຍຄັ້ງ ຣະຫວ່າງ ພວກນັກລົງທຶນ ແລະ ຊາວບ້ານ ແຕ່ສຸດທ້າຍແລ້ວ ແມ່ນຊາວບ້ານ ເປັນຜູ້ ເສັຍປຽບ. ຂະນະ ດຽວກັນ ກໍມີ ຊາວບ້ານ ໃນເຂດ ນັ້ນຜູ້ນຶ່ງ ທີ່ໄດ້ຮັບຜົນ ກະທົບເວົ້າວ່າ:
"ກໍດີຄັນວ່າ ມັນມີແບບນັ້ນ ເຮົາກໍບໍ່ໄດ້ ໄປຊື້ໄກ ຖ້າວ່າມັນ ເປັນສູນຮວມ ຢູ່ນີ້ ແບບວ່າເຮົາ ຢາກໄດ້ອີ່ຫຍັງ ເຮົາກໍໄປຊື້ ຫັ້ນໄດ້ ກໍຄືຢ່າງນຶ່ງ ຂະເຈົ້າສ້າງມາ ໃຫ້ຄົນເຂົ້າມາ ທ່ອງທ່ຽວ ຫລາຍ ເຮັດໃຫ້ເມືອງ ນີ້ກໍສິຈະເຣີນ ຂຶ້ນ ມີການພັທນາ.
ເມື່ອທ້າຍປີ 2011 ຣັຖບານລາວ ໄດ້ອະນຸມັດ ໂຄງການ ກໍ່ສ້າງເຂດ ເສຖກິດ ບຶງທາຕຫລວງ ໃຫ້ນັກລົງທຶນຈີນ ສໍາປະທານ ເປັນເວລາ ຍາວນານ ແລະວ່າ ເມື່ອສ້າງແລ້ວ ຈະກາຍເປັນ ເຂດເມືອງໃໝ່, ເປັນສູນກາງ ການຄ້າ ຂອງ ນະຄອນຫລວງ ວຽງຈັນ ຂະນະທີ່ ມີການ ວິພາກວິຈານ ກັນຢ່າງກວ້າງວ່າ ໂຄງການນີ້ ຈະອໍານວຍ ຜົນປະໂຫຍດ ໃຫ້ຈີນ ໃນຣະຍະ ຍາວນານ.