ການພັທນາທີ່ຜູກຂາດ ຝຸງຊົນຊາວລາວ

ປະຊາຊົນລາວ ບາງກຸ່ມ ບໍ່ເຫັນດີ ນໍາການພັທນາ ປະເທດ ແບບໂດດຂ້າມ ຈົນລືມຫຼັງ ປະປ່ອຍ ປະຊາຊົນ ຜູ້ທຸກຍາກ ໃຫ້ທຸກຊໍ້າ ເຂົ້າໄປອີກ.
ສົມເນ
2012.12.12
F-mekong-hotel ໂຮງແຮມ 5 ດາວແຄມຂອງ
Mek/fb

ຊາວລາວ ຄົນນື່ງ ອອກຄວາມເຫັນ ຜ່ານ ເອເຊັຽເສຣີວ່າ ເລົາບໍ່ເຫັນພ້ອມ ທີ່ຣັຖບານ ພັທນາ ປະເທດ ແບບໂດດຂ້າມ ຂັ້ນຫລາຍໂພດ ໃນຄວາມຫວັງ ກ້າວເຂົ້າສູ່ ຣະດັບສາກົນ ແຕ່ຫລົງລືມ ການພັທນາ ໂຄງຮ່າງພື້ນຖານ ໃນເຂດ ຊົນນະບົດ ແລ້ວຈະເຮັດໃຫ້ ປະຊາຊົນ ຫລຸດພົ້ນຈາກ ຄວາມທຸກຍາກ ໄດ້ຢ່າງໃດ. ຄົນລາວຜູ້ນີ້ ເວົ້າວ່າ:

"ກະບໍ່ເຫັນ ດ້ວຍແຫລະ ຂ້ອຍກໍບໍ່ຢາກ ໃຫ້ການພັທນາ ມັນໄວເກີນໄປ ເພິ່ນມຸ້ງທີ່ຈະເຮັດ ແບບວ່າ ກ້າວຂ້າມ ກະໂດດຫລາຍ ເກີນໄປ ຄືມຸ້ງໄປພຸ້ນ ແບບວ່າເຮັດ ອາຄານ ເຮັດຕືກ ຫຍັງເອງໄປເລີຽ ບໍ່ໄດ້ເບິ່ງວ່າ ຄວາມທຸກຍາກ ກໍຍັງມີຢູ່ ລືມປະຊາຊົນ ຄືກ້າວກະໂດດ ໄປເລີຽຫັ້ນນະ".

ເລົາເວົ້າວ່າ ການພັທນາ ແບບກະໂດດຂັ້ນ ໂດຍເອົາ ນັກລົງທືນ ຕ່າງຊາຕ ເຂົ້າມາຫລາຍ ມາສັມປະທານ ທີ່ດິນໃນເມືອງ ເພື່ອສ້າງຕືກ ສ້າງຮ້ານຄ້າ ທີ່ທັນສມັຍ ມັນກໍເປັນ ການດີຢູ່ ມັນເຕັມທີ ປະຊາຊົນ ທີ່ເສັຽທີ່ດິນ ໄປນັ້ນ ຕ້ອງໂຍກຍ້າຍ ໄປຢູ່ບ່ອນອື່ນ ເຖິງແມ່ນວ່າ ທາງຣັຖບານ ໃຫ້ຄ່າຕອບແທນ ສໍາລັບທີ່ດິນ ແລະ ຊັບສິນ ທີ່ສູນເສັຽໄປ ນັ້ນກໍດີ ແຕ່ເງິນທີ່ ຕອບແທນນັ້ນ ຈະໄປຊື້ດິນ ຕອນໃໝ່ ບໍ່ໄດ້ອີກແລ້ວ ເພາະຣາຄາ ແພງຫລາຍ.

ອີກອັນນື່ງ ທີ່ເລົາເວົ້າວ່າ ຄວາມຕ້ອງການ ຂອງ ຣັຖບານ ໃນການພັທນາ ປະເທດ ໃຫ້ກ້າວໄປໄວນີ້ ຣັຖບານ ຕ້ອງຢືມເງິນ ຈໍານວນ ມະຫາສານ ອັນເຮັດໃຫ້ ປະເທດຊາຕ ເປັນໜີ້ສີນ
ເພີ້ມຂື້ນ ພາໃຫ້ຂາດ ງົບປະມານ ສໍາລັບພັທນາ ຊີວິດການເປັນຢູ່ ຂອງ ປະຊາຊົນ.

ງົບປະມານ ຣາຍຈ່າຍໃຫ່ຍ ສໍາລັບ ໂຄງການພັທນາ ໃນຫລາຍປີ ຕໍ່ໜ້ານີ້ ເທົ່າທີ່ໄດ້ ເປີດເຜີຽໄປແລ້ວ ກໍມີ ສ້າງທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ຊື່ງຕ້ອງຢືມ ເງິນເຖິງ 7 ຕື້ ໂດລ້າ ສະຫະຣັດ. ນອກນັ້ນ ແຕ່ລະປີ ຣັຖບານລາວ ຕ້ອງຢືມເງິນ ມາສ້າງ ໂຄງຮ່າງພື້ນຖານ ອື່ນໆອີກ ປີນື່ງຫລາຍ ຮ້ອຍລ້ານ ໂດລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.