ກົດຟັງສຽງ
ເຈົ້າໜ້າທີ່ ຕໍາຣວດ ແລະ ກອງຫລອນ ທ້ອງຖິ່ນ ນະຄອນຫລວງ ວຽງຈັນ ໄດ້ຈັບ ແລະ ກັກຂັງ ຄົນທີ່ “ສັງຄົມລັງກຽດ” ໄປກັກໄວ້ ໃນສູນ ປິ່ນປົວ ບໍາບັດ ຄົນຕິດ ຢາເສພຕິດ ແຕ່ພວກທີ່ ຖືກຈັບ ມີຄວາມສ່ຽງ ທີ່ຈະຖືກ ທໍາຮ້າຍ ຮ່າງກາຍ ແລະ ລ່ວງລະເມີດ ສິທທິຕ່າງໆ. ອີງຕາມ ລາຍງານ ຂອງ ອົງການ ສິດທິມະນຸດ.
ແຫລ່ງຂ່າວ The Nation ໄດ້ລາຍງານ ວ່າ ອົງການ ສິດທິມະນຸດ ເປີດເຜີຍ ໃນມື້ວັນ ທີ 10 ຕຸລາ 2011 ວ່າ ຜູ້ທີ່ ບໍ່ມີ ເຮືອນຊານ ບ່ອນຢູ່ ອາສັຍ, ເດັກນ້ອຍ ຕາມທ້ອງ ຖນົນ, ຜູ້ຄົນທີ່ ພິການ ທາງຈິດ ແລະ ອື່ນໆ ທີ່ເອີ້ນວ່າ “ຄົນສັງຄົມ ລັງກຽດ” ໄດ້ຖືກຈັບ ໄປກັກຂັງ ໄວ້ໃນສູນ ປິ່ນປົວ ບໍາບັດ ຄົນຕິດ ຢາເສພຕິດ. ສູນ ສົມສະງ່າ ໄດ້ຮັບການ ຊ່ວຍເຫລືອ ຈາກ ຕ່າງປະເທດ ມາໄດ້ຫລາຍ ສິບປີ, ໂດຍມີ ສະຫະຣັຖ, ສະຫະປະຊາຊາດ ແລະ ປະເທດ ຜູ້ບໍລິຈາກ ອື່ນໆ.
ຢູ່ໃນສູນ ດັ່ງກ່າວ ມີຜູ້ຖືກຂັງ ໂດຍທີ່ ບໍ່ມີການ ດໍາເນີນ ຄະດີ ຜູ້ຖືກຈັບ ຈະຖືກຂັງ ໃນຮົ້ວໜາມ ໝາກຈັບ. ອະດີດ ນັກໂທດ ຈາກ ສູນປິ່ນປົວ ບໍາບັດ ຄົນຕິດ ຢາເສພຕິດ ສົມສງ່າ ເລົ່າສູ່ ອົງການ ສິ້ງຊອມ ສິດທິມະນຸດ ຟັງວ່າ: ຜູ້ຖືກຈັບ ຈະຖືກຂັງ ເປັນເວລາ 3 ເດືອນ ຫຼື ກວ່າປີນຶ່ງ. ເຈົ້າໜ້າທີ່ ຕໍາຣວດ ແລະ ນາຍຍາມ ເຝົ້າຍາມ ຢູ່ຕລອດ ເວລາ ແລະ ຜູ້ທີ່ ພຍາຍາມ ລັກໜີ ຈະຖືກ ໃສ່ໂທດ ທໍາຮ້າຍ ຮ່າງກາຍ ແບບສາຫັດ.
ເຖິງຢ່າງໃດ ກໍຕາມ ປະເທດ ຜູ້ ບໍລິຈາກ ຢືນຢັນ ວ່າ ສູນ ສົມສງ່າ ເປັນສູນ ປິ່ນປົວ ບໍາບັດ ຄົນຕິດ ຢາເສພຕິດ ທີ່ຖືກຕ້ອງ ຕາມກົດໝາຍ. ແຕ່ຕາມ ຄວາມເປັນຈິງ ແລ້ວ ຜູ້ຖືກຈັບ, ຊຶ່ງຮວມ ທັງເດັກນ້ອຍ ແລະ ຜູ້ບໍ່ມີ ບ່ອນຢູ່ ອາສັຍ ຈະຖືກ ກັກຂັງ ໃນສູນ ສົມສງ່າ ໂດຍການ ຖືກບັງຄັບ ແລະ ໂດຍທີ່ ພວກຂະເຈົ້າ ບໍ່ໄດ້ ຍິນຍອມ, ພາຍໃນ ເຂດຮົ້ວ ໜາມໝາກຈັບ. ນອກຈາກນີ້ ຍັງຖືກ ທຸບຕີ ທໍາຮ້າຍ ຮ່າງກາຍ ຢ່າງ ໂຫດຫ້ຽມ.
ອົງການ ສິ້ງຊອມ ສິດທິມະນຸດ ໄດ້ຮຽກຮ້ອງ ໃຫ້ປະເທດ ຜູ້ ບໍລິຈາກ ແລະ ອົງການ ຊ່ວຍເຫລືອ ສາກົນ ກວດສອບ ການຊ່ວຍເຫລືອ ສູນ ສົມສະງ່າ ຄືນໃໝ່ ເພື່ອໃຫ້ ຮູ້ວ່າ ການຊ່ວຍເຫລືອ ທຶນຕ່າງໆ ບໍ່ສນັບ ສນູນ ນະໂຍບາຍ ຂອງ ໂຄງການ ແລະ ຍັງລະເມີດ ສິດທິມະນຸດ ສາກົນ ຊຶ່ງຮວມທັງ ການຈັບ ກັກຂັງ ແບບບໍ່ມີ ການໄຕ່ສວນ ໄຮ້ຄວາມ ຍຸຕິທັມ.