ເດັກນ້ອຍອາຈຕິດເຊື້ອ ມືຕີນປາກເປື່ອຍ
2012.07.27
ສາທາຣະນະສຸຂ ແຂວງ ສວັນນະເຂດ ພົບເຫັນ ເດັກນ້ອຍ ຜູ້ນຶ່ງ ທີ່ປ່ວຍ ມີອາການ ຄ້າຍຄືກັນກັບ ຕິດເຊື້ອໂຣຄ ມືຕີນ ປາກເປື່ອຍ ເມື່ອ 2-3 ມື້ຜ່ານມາ, ແຕ່ກໍຍັງ ບໍ່ແນ່ໃຈ ດັ່ງນັ້ນ ການປິ່ນປົວ ຈຶ່ງໄດ້ພຽງແຕ່ ໃຫ້ຢາກິນ ເທົ່ານັ້ນ, ພ້ອມກັບ ໃຫ້ຄໍາແນະນໍາ ຜູ້ປົກຄອງ ຂອງເດັກນ້ອຍ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ຂແນງ ຣະບາດວິທຍາ ແຂວງ ສວັນນະເຂດ.
“ມີຄົນດຽວ ແຕ່ເປັນເດັກນ້ອຍນະ ເປັນເດັກນ້ອຍ ແຕ່ບໍ່ໄດ້ໄປ ມຸກດາຫານ ເນາະ ກໍເປັນຕຸ່ມນະ ກໍວ່າ ບໍ່ແມ່ນເປັນຫຍັງ ແຕ່ກໍຢ້ານ ສົງໃສ ຊື່ໆອັນນີ໋.”
ທ່ານ ກ່າວຕື່ມວ່າ ພາຍຫລັງ ທີ່ໃຫ້ຄໍາ ແນະນໍາ ແກ່ ຜູ້ປົກຄອງແລ້ວ ກໍປ່ອຍເດັກນ້ອຍ ກັບບ້ານ ແລະ ບໍ່ໄດ້ ໃຫ້ນອນປິ່ນປົວ ຢູ່ໂຮງໝໍ. ປັຈຈຸບັນນີ້ ຕາມບ່ອນຕ່າງໆ ກໍຍັງບໍ່ມີ ການແຈ້ງ ກ່ຽວກັບ ຜູ້ປ່ວຍ ຕິດເຊື້ອໂຣຄ ດັ່ງກ່າວນີ້ເທື່ອ.
ສ່ວນຫ້ອງການ ສາທາຣະນະສຸຂ ນະຄອນຫລວງ ວຽງຈັນ ກໍໄດ້ປະຊຸມ ກ່ຽວກັບ ເຊື້ອໂຣຄ ມືຕີນປາກເປື່ອຍ ນີ້ຢູ່, ໂດຍຊີ້ແຈ້ງວ່າ ໃນ ສປປລາວ ຍັງບໍ່ທັນມີ ຜູ້ຕິດເຊື້ອເທື່ອ, ຊຶ່ງມາຕການ ໃຫ້ຄວາມຮູ້ ແລະ ການແບິ່ງແຍງ ເດັກນ້ອຍນັ້ນ ທາງການ ກໍຍັງ ບໍ່ທັນໄດ້ມີ ຢ່າງຈະແຈ້ງ, ມີພຽງແຕ່ ແນະນໍາ ປະຊາຊົນ ທີ່ມາປິ່ນປົວ ຢູ່ໂຮງໝໍ. ເນື່ອງຈາກວ່າ ຍັງຢູ່ ໃນລະຍະ ປະຊຸມ ຫາຊ່ອງທາງ ປ້ອງກັນ ແລະ ເຣີ້ມກະຕຣຽມ ເທົ່ານັ້ນ. ດັ່ງເຈົ້າໜ້າທີ່ ໂຮງໝໍ ແມ່ນ ແລະ ເດັກ ນະຄອນຫລວງ ວຽງຈັນ ກ່າວວ່າ:
“ຮອດມື້ນີ້ ພວກເຮົາ ກໍຍັງ ບໍ່ທັນມີ ມື້ນີ້ ກໍຍັງລົມກັນຢູ່ ທາງຣະບາດ ເຮົາເພິ່ນກໍວ່າ ບໍ່ທັນແລະເນາະ ກໍາລັງ ຈັດກັນ ຢູ່ເດີ ແນະນໍາ ເຜີຍແພ່ ແລ້ວກໍຢູ່ເຮືອນ ຕິດຕາມແນວໃດ ກໍາລັງເວົ້າ ກໍາລັງເຣີ້ມກະກຽມ ແນະນໍາຕົວນີ້ ແຫລະ.”
ປັຈຈຸບັນ ໂຣຄ ມື້ຕີນປາກເປື່ອຍ ກໍາລັງ ຣະບາດຫລາຍ ໃນປະເທດ ເພື່ອນບ້ານ ເປັນຕົ້ນແມ່ນ ໄທ, ກັມພູຊາ ແລະ ວຽດນາມ, ຊຶ່ງມີຈໍານວນ ຜູ້ຕິດເຊື້ອ ຫລາຍຮ້ອຍຄົນ. ເຊື້ອໂຣຄ ດັ່ງກ່າວ ມັກເກີດຂຶ້ນ ກັບເດັກນ້ອຍ ອາຍຸ ຕໍ່າກ່ວາ 5 ປີ, ອາການ ຈະເຣີ້ມດ້ວຍ ໄຂ້, ບໍ່ຢາກອາຫານ, ເຈັບຄໍ, ມີຕຸ່ມ ເປັນຈຸດສີແດງ, ເປັນຜື່ນ ໃນຝາມື, ຝາຕີນ, ຫົວເຄົ່າ, ຂໍ້ສອກ, ກົ້ນ ຫລື ບໍຣິເວນ ອະວັຍວະເພດ, ບາງເທື່ອອາດ ມີແຜ, ຊຶ່ງຜູ້ປ່ວຍ ຄວນໄດ້ຮັບ ການກວດ ແລະ ປິ່ນປົວ ຈາກໝໍ, ແລະ ບໍ່ຄວນຫາຢາ ກິນເອງ ເນື່ອງຈາກວ່າ ຖ້າຫາກ ລະຍະທໍາອິດ ໄດ້ຮັບການ ປິ່ນປົວ ທີ່ຖືກຕ້ອງ ກໍຈະບໍ່ເສັຍ ຊີວິດ.