ຂ.ສາຣະວັນ ຂາດງົບປະມານ
2010.11.24
ກົດຟັງສຽງ
ແຂວງສາຣະວັນ ບໍ່ມີ ງົບປະມານ ພຽງພໍ ໃນການສຳຣວດ ແລະ ເກັບກຳ ລາຍລະອຽດ ຂອງພື້ນທີ່ດິນ ຕ່າງໆພາຍໃນ ແຂວງໄດ້ ເຮັດໃຫ້ບໍ່ ສາມາດ ອະນຸມັດ ການ ສຳປະທານ ຈຶ່ງບໍ່ມີ ນັກທຸຣະກິດ ໃໝ່ເຂົ້າມາ ລົງທຶນໄດ້ ເຖິງແມ່ນວ່າ ຈະມີນັກ ທຸຣະກິດ ບາງກຸ່ມສົນໃຈ ຢາກມາລົງທຶນ ແລະ ຂໍລາຍລະອຽດ ກ່ຽວກັບການ ປູກພືດ ອຸດສາຫະກັມ ກໍຕາມ. ດັ່ງເຈົ້າໜ້າທີ່ ຈາກກອງສົ່ງເສີມ ຜແນກ ກະສິກັມ ແລະປ່າໄມ້ ແຂວງ ສາລະວັນ ໄດ້ເວົ້າວ່າ:
"ຖືວ່າມີ ນັກລົງທຶນ ຫລາຍຄົນ ທີ່ສົນໃຈ ຢາກເຂົ້າມາເບິ່ງ ມີແຕ່ພຽງ ແຕ່ຢາກໄດ້ ຂໍ້ມູນໂຕຈິງ ແຕ່ຍັງບໍທັນ ມີການລົງທຶນ ໃນດ້ານນີ້ ແຕ່ເຮົາກໍ ຕອບສນອງບໍ່ໄດ້ ເພາະເຮົາບໍ່ມີ ທຶນທີ່ຈະເຂົ້າ ໄປສຳຣວດ ໃນດ້ານຕົວນີ້".
ທ່ານເວົ້າ ຕໍ່ໄປວ່າ ເຣື້ອງການຂໍ ງົບປະມານ ເພື່ອມາໃຊ້ ໃນການສຳຣວດ ເຂດພື້ນທີ່ ຕ່າງໆໃນ ແຂວງ ສາຣະວັນ ກໍໄດ້ມີການ ສົ່ງໜັງສື ໄປຫາໜ່ວຍງານ ທີ່ກ່ຽວຂ້ອງ ແລ້ວແຕ່ ກໍຍັງບໍ່ທັນ ມີຄຳຕອບ ກັບຄືນມາເທື່ອ. ສຳລັບ ຜແນກ ກະສິກັມ ແລະປ່າໄມ້ ກໍບໍ່ມີ ງົບປະມານ ພຽງພໍທີ່ຈະ ໄປສຶກສາ ພື້ນທີ່ ສຳຣວດ ແລະ ເກັບກຳລາຍ ລະອຽດຕ່າງໆ ເພື່ອຮັບປະກັນ ແລະ ປ້ອງກັນຜົນ ກະທົບທີ່ ຈະມີຂຶ້ນ ໃນພາຍຫລັງໄດ້.
ໃນເວລາ ດຽວກັນ ເຖິງວ່າຈະມີ ນັກລົງທຶນ ສົນໃຈ ໃນການເຮັດ ທຸຣະກິດ ປະເພດ ປູກພືດ ອຸດສາຫະກັມ ແຕ່ຍ້ອນວ່າ ທາງແຂວງບໍ່ ສາມາດໃຫ້ ຂໍ້ມູນລາຍ ລະອຽດ ຈຶ່ງຍັງບໍ່ທັນ ມີການຂໍ ສຳປະທານ ໃໝ່ຢ່າງຈິງຈັງ ເທື່ອ.
ເຖິງຢ່າງໃດ ກໍຕາມ ສຳລັບ ແຂວງສາຣະວັນ ການທີ່ນັກ ລົງທຶນ ຍັງບໍ່ສາມາດ ເຂົ້າມາລົງທຶນ ໄດ້ກໍຍ້ອນ ຂາດຂໍ້ມູນ ການສຶກສາ ສຳຣວດພື້ນທີ່ ຕ່າງໆ ຢ່າງລະອຽດ ອາດຈະເປັນ ການດີໃນ ລະຍະນີ້ ເພາະຫາກເປີດ ໃຫ້ມີການ ສຳປະທານ ພື້ນທີ່ດິນ ໂດຍທີ່ບໍ່ມີ ການສຶກສາ ຄົ້ນຄວ້າ ເພື່ອຮັບປະກັນ ແລະ ປ້ອງກັນຜົນ ກະທົບ ທີ່ຈະມີຂຶ້ນ ໃນພາຍຫລັງ ຢ່າງຖ້ວນທີ່ ອາດຈະປ້ອງກັນ ບໍ່ທັນເມື່ອ ໂຄງການ ສຳປະທານ ໄດ້ລິເລີ້ມ ໄປແລ້ວ.