ຄົນງານກໍາພູຊາ ກັບຄືນບ້ານ

ຄົນງານ ກໍາພູຊາ ໄປເຮັດວຽກ ຕາມບ້ານເຮືອນ ແລະ ເປັນຊາວ ປະມົງ ທີ່ກັບຄືນ ປະເທດ ເວົ້າເຖີງ ການຖືກ ກົດຂີ່ ຂົ່ມເຫັງ ທີ່ຄ້າຍຄືກັນ.
ໂພໄຊສວັດ
2012.06.12

ທ່ານ Koy Kuong ໂຄສົກ ຈາກ ກະຊວງການ ຕ່າງປະເທດ ກໍາພູຊາ ຮ່ວມກັບ ເຈົ້າໜ້າທີ່ ທາງການ ມາເລເຊັຍ ແລະ ອົງການ ຄົນງານ ໂຍກຍ້າຍ ສະຖານທີ່ ສາກົນ ໄດ້ອອກ ຖແລງການ ຮ່ວມກັນວ່າ "ມີຄົນງານ ທີ່ໄປເປັນ ຄົນໃຊ້ຕາມ ບ້ານເຮືອນ 4 ຄົນ ແລະ ຊາວປະມົງ 8 ຄົນຊາວກໍາພູຊາ ໄດ້ຮັບ ການຊ່ວຍເຫລືອ ສົ່ງກັບຄືນ ປະເທດ ຈາກ ມາເລເຊັຍ ໃນມື້ວັນສຸກ ວັນທີ 8 ມິຖຸນາ 2012, ຫລັງຈາກ ທີ່ຖືກບັງຄັບ ໃຊ້ໃຫ້ເຮັດວຽກ ໃນສະພາບ ຊໍ່າກັບເປັນ ຂ້າທາດ ເຖິງວ່າ ຈະໄດ້ຮັບ ຄໍາຢືນຢັນ ຈາກນາຍໜ້າ ແລະ ບໍຣິສັດ ຫາວຽກງານ ວ່າຈະໄດ້ ເຮັດວຽກ ທີ່ໄດ້ຄ່າ ແຮງງານສູງ ກໍຕາມ”.

ນາຍ Sin Sokhoun ອາຍຸ 42 ປີ ຈາກແຂວງ Kompong Speu ໄດ້ຈ່າຍເງິນ ໃຫ້ນາຍໜ້າ ຫາວຽກງານ 4 ແສນຣຽນ ຫລືປະມານ 100 ໂດລາສະຫະຣັຖ ເພື່ອໄປເຮັດວຽກ ໃນຕ່າງປະເທດ ໂດຍຫວັງຈະໄດ້ ຄ່າຈ້າງ ແຮງງານສູງ. ຫລັງຈາກ ເຫດການ ຜ່ານໄປ ນາຍ Sin ໄດ້ສັ່ງບອກ ລູກຫລານວ່າ ຢ່າຕັດສິນໃຈຜິດ ເໝືອນດັ່ງ ຕົນເອງອີກ. ນາຍ Sin ຮູ້ສຶກອັບອາຍ ຫລັງຈາກ ຖືກຫລອກ ໃຫ້ໄປເຮັດວຽກ ການປະມົງ ແຕ່ເຊົ້າຮອດຄໍ່າ ໂດຍບໍ່ໄດ້ ຄ່າຈ້າງ ຄ່າແຮງງານເລີຍ. ສ່ວນແມ່ຍິງ 4 ຄົນ ທີ່ໄດ້ຮັບ ການຊ່ວຍເຫລືອ ກັບຄືນປະເທດ ຫລັງຈາກ ຖືກຫລອກ ໃຫ້ໄປເຮັດວຽກ ການເປັນ ຄົນໃຊ້ ຕາມບ້ານເຮືອນ ກໍເອົາຜ້າ ຄຸມຫົວປົກໜ້າ ດ້ວຍຄວາມອັບອາຍ ຫລັງຈາກຖືກຫລອກ ໃຫ້ໄປເຮັດວຽກ ແລະ ໄດ້ຖືກ ລ່ວງລະເມີດ ແລະ ກົດຂີ່ຂົ່ມເຫັງ ບາງລາຍ ຖືກທໍາຮ້າຍ ຣ່າງກາຍ. ນາງ Lim Mony ຮອງຫົວໜ້າ ອົງການສິດທິ ແມ່ຍິງກໍາພູຊາ ກ່າວວ່າ ພວກແມ່ຍິງ 4 ຄົນ ໄດ້ຮັບ ການຊ່ວຍ ເຫລືອຫລັງຈາກ ຄອບຄົວ ພາກັນຮ້ອງຮຽນ ຂໍຄວາມຊ່ວຍເຫລືອ ຈາກອົງການ NGOs.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.