ເກືອກາລີເຮັດໃຫ້ ນໍ້າຫ້ວຍຫວາຍເປື້ອນ

ການທົດລອງ ຂຸດຄົ້ນ ເກືອກາລີ ໃນແຂວງ ຄໍາມ່ວນ ເຮັດໃຫ້ ເກືອ ບາງສ່ວນ ຮົ່ວໄຫລ ລົງສູ່ ແມ່ນໍ້າ.
ໂພໄຊສວັດ
2012.06.27

ການຂຸດຄົ້ນ ເກືອກາລີ ໃນຂັ້ນ ທົດລອງ ຂອງ ບໍຣິສັດ ຊີໂນອາກີຣ ຂອງຈີນ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ມາຮອດ ປັດຈຸບັນ ໄດ້ກໍ່ໃຫ້ເກີດ ບັນຫາ ເຣື່ອງນໍ້າເກືອ ໄດ້ໄຫລລົງໃສ່ ແມ່ນໍ້າ ຫ້ວຍຫວາຍ ແລະ ມີບັນຫາຕໍ່ ສະພາບດິນ. ດັ່ງເຈົ້າໜ້າທີ່ ຜແນກ ບໍ່ແຮ່ ແຂວງຄໍາມ່ວນ ເວົ້າວ່າ:

"ມີບັນຫາ ໜ້ອຍນຶ່ງ ເວລາ ນໍ້າໃຕ້ດິນ ອອກມາຊ່ວງແລ້ງ ມັນມີການເກັບ ບໍ່ດີປານໃດ ຝົນຕົກມາ ມັນຈະລະລາຍ ໄປໜ້ອຍນຶ່ງ ມັນໄຫລລົງ ຮ່ອງນໍ້າ ນໍ້າມັນເຄັມ ເກີນມາຕຖານ ເລີຍເຮັດໃຫ້ປາ ຈໍານວນນຶ່ງ ທີ່ມັນຂຶ້ນມາໃໝ່ ຈາກນັ້ນຝົນຕົກ ມັນຂຶ້ນມາ ໄຂ່ຕາຍ".

ເຈົ້າໜ້າທີ່ ເວົ້າອີກວ່າ ຕໍ່ບັນຫາ ທີ່ໄດ້ເກີດ ຂຶ້ນນັ້ນ ທາງໜ່ວຍງານ ກ່ຽວຂ້ອງ ກໍໄດ້ ໄປໂອ້ລົມ ກັບເຈົ້າຂອງ ໂຄງການ ເພື່ອຫາທາງ ແກ້ໄຂ ບໍ່ໃຫ້ກາກເກືອເຟືອດ ໃສ່ໜ້າດິນ ແລະບໍ່ໃຫ້ນໍ້າເກືອ ໄຫລລົງໃສ່ ນໍ້າຫ້ວຍ. ຕໍ່ມາທາງ ບໍຣິສັດ ກໍໄດ້ ດັດແປງ ແກ້ໄຂ ລະບົບ ການສະກັດ ເກືອແລ້ວ ໂດຍໃຊ້ວິທີ ການໝຸນວຽນ ຂອງນໍ້າ ສ່ວນຊາກ ກາກເກືອ ກໍຈະອັດແໜ້ນລົງ ກັບພື້ນດິນຄືນ.

ບໍຣິສັດ ໄດ້ເລີ້ມທົດລອງ ຂຸດຊອກຫາ ເກືອກາລີ ມາຕັ້ງແຕ່ ຕົ້ນປີ 2012 ໃນເວລາ ດຽວກັນກໍໄດ້ ກວດຄົ້ນຫາ ບັນຫາຕ່າງໆ ທີ່ອາດຈະ ເກີດຂຶ້ນ ລະຫວ່າງ ການຂຸດຄົ້ນ ແລະ ຊອກຫາ ທາງແກ້ໄຂ ກ່ອນທີ່ຈະເລີ້ມ ການຜລິດໂຕຈິງ. ດັ່ງເຈົ້າໜ້າທີ່ ເວົ້າວ່າ:

"ໂຮງງານ ຂະເຈົ້າ ກໍາລັງທົດລອງ ການຜລິດ ຢູ່ພາຍໃນ ທ້າຍໆປີ ກໍຈະສົມບູນ ແລ້ວ ທົດລອງ ກໍອີກ 5-6 ເດືອນ ນີ້ແຫລ໋ະ ເຮົາຈະທົດລອງ ເບິ່ງເຄື່ອງຈັກ ຂະເຈົ້າ ສອງມາ ທົດລອງ ຂະບວນການ ເຄື່ອງຈັກ ຂະເຈົ້າ".

ເກືອກາລີ ຈະນໍາໄປໃຊ້ ໃນການ ເຮັດເປັນປຸ໋ຍ ຢູເຣັຍ ແລະ ປຸ໋ຍເຄມີ ທີ່ໃຊ້ໃນ ການກະເສຕ ໂດຍສະເພາະ ໃນການສົ່ງເສີມ ໃຫ້ຕົ້ນໄມ້ ກະສິກັມ ປົ່ງເຕີບໃຫຍ່ ໄວຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.