ເຈົ້າຂອງສວນຢາງ ກຸ່ມລ້ຽງສັດຂັດແຍ່ງກັນ
2012.06.27
ເຈົ້າຫນ້າທີ່ ແຂວງ ຜົ້ງສາລີ ທ່ານນື່ງ ເວົ້າວ່າ ປັດຈຸບັນໄດ້ ເກີດບັນຫາ ຣະຫວ່າງ ຊາວກະສີກອນ ລ້ຽງງົວຄວາຍ ທີ່ແຂວງ ຜົ້ງສາລີ ກັບເຈົ້າຂອງ ສວນຢາງພາລາ ຊາວຈີນ ເນື່ອງຈາກວ່າ ງົວຄວາຍ ທີ່ເຂົາລ້ຽງ ໄດ້ເຂົ້າໄປ ກີນຕົ້ນ ຢາງພາລາ ອ່ອນ ເສັຽຫາຍຫມົດ ເພາະສວນ ຢາງພາລາ ສ່ວນໃຫຍ່ ບໍ່ໄດ້ລ້ອມຮົ້ວ ງົວຄວາຍ ກໍເຂົ້າໄປ ໄດ້ງ່າຍ. ເຈົ້າຂອງສວນຢາງ ຈື່ງຮຽກ ຄ່າເສັຽຫາຍ ຈາກຊາວບ້ານ. ທ່ານກ່າວວ່າ:
"ໄປກິນກົກຢາງ ຕົ້ນນື່ງ ຂະເຈົ້າປູກ 3 ປີ ເຂົາກໍໄລ່ ກົກນື່ງ 3 ແສນ ປູກໄດ້ຈັກປີ ເຂົາກໍໄລ່ ຕາມນັ້ນ ປີລະແສນ ເຂົາໄລ່ຫັ້ນ ບາດນີ້ຄັນວ່າສັດ ເຂົ້າໄປກີນ ມັນກໍ ຈະທຳລາຍ ຫລາຍຕົ້ນ ເຂົາກໍໄດ້ຂາຍ ມາໃຊ້ຫນີ້ເນາະ ແນ່ນອນ ກໍຣະນີ ວ່າຫາກເຈົ້າຂອງ ສັດໃຊ້ບໍ່ໄດ້ ຕາມເຈົ້າຂອງສວນ ຢາງພາລາ ຕ້ອງການ ມັນກໍເກີດ ຄວາມຂັດແຍ່ງ ກັນຂື້ນ".
ເຈົ້າຫນ້າທີ່ ກ່າວຕໍ່ໄປວ່າ ເນື່ອງຈາກ ຜູ້ລ້ຽງ ງົວຄວາຍ ສ່ວນໃຫຍ່ ເປັນຊາວ ກະສີກອນ ຜູ້ທຸກຍາກ ຫາເຊົ້າກີນຄ່ຳ ຈື່ງບໍ່ມີເງີນ ຈ່າຍຄ່າເສັຽຫາຍ ໃຫ້ເຈົ້າຂອງ ສວນຢາງໄດ້ ຈື່ງ ເກີດບັນຫາ ກັນຂື້ນ. ໃນທີ່ສຸດ ທາງການແຂວງ ກໍເຂົ້າໄປ ໄກ່ເກັ່ຽບັນຫາ ຈື່ງຕົກລົງ ກັນໄດ້ຄື: ໃຫ້ຜູ້ລ້ຽງສັດ ຈ່າຍເທົ່າທີ່ມີ ແລະ ຕໍ່ນີ້ໄປ ໃຫ້ຜູກງົວຄວາຍ ບໍ່ໃຫ້ປ່ອຍໄປ ຕາມລຳພັງ ອີກຕໍ່ໄປ.
ບັນຫາດັ່ງກ່າວ ເກີດຂື້ນເລື້ອຍໆ ເພາະພື້ນທີ່ ປູກຢາງພາລາ ສ່ວນໃຫຍ່ ແຕ່ກ່ອນເຄີຍເປັນ ບ່ອນກີນຫຍ້າ ຂອງສັດ ທາງຫ້ອງການ ປະສຸສັດ ປະຈຳແຂວງ ຈື່ງໄດ້ເຕຶອນ ຊາວ ກະສີກອນ ລ້ຽງສັດ ໃຫ້ຍ້າຍສັດລ້ຽງ ຂອງຂະເຈົ້າ ໄປເຂດອື່ນ ແລະ ຫລາຍຄົນ ກໍຍອມ ປະຕິບັດ ຕາມ.