ກົດຟັງສຽງ
ໃນ ປັຈຈຸບັນ ໂຮງຮຽນ ກາຣແພທ ແຂວງ ອຸດົມໄຊ ມີນັກຮຽນ ທັງໝົດ ກວ່າ 100 ຄົນ ແຕ່ມີ ໂຮງຮຽນ ແຕ່ພຽງ ຫລັງດຽວ ເທົ່ານັ້ນ ເຮັດໃຫ້ ກາຣຮຽນ ກາຣສອນ ມີຄວາມ ລຳບາກ ຍ້ອນ ສະຖານທີ່ ບໍ່ພຽງພໍ ແຕ່ ກໍບໍ່ສາມາຕ ທີ່ຈະຂຍາຍ ອອກໄດ້ ຍ້ອນຂາດ ງົບປະມານ. ດັ່ງເຈົ້າ ໜ້າທີ່ ກ່ຽວຂ້ອງ ປະຈຳ ໂຮງຮຽນ ໄດ້ກ່າວ ວ່າ:
"ຍັງບໍ່ທັນມີ ບໍ່ມີ ງົບປະມານ ຈະສ້າງເດ໋ ຕະກີ໊ເຮົາ ກໍເຄີຽ ຂໍອົງກາຣ ໄຈ໋ກ໊າ ແຕ່ກໍເຮັດ ຈະໄດ້ ບໍ່ຮູ້ ຂະເຈົ້າ ບໍ່ໃຫ້ ເລີຽເນັຽ ຂະເຈົ້າ ຍົກເລີກເລີຽ ກາຣຮຽນ ຕອນນີ້ ກໍ ປົກກະຕິ ຂາດແຕ່ ຫ້ອງຮຽນ ຫ້ອງພັກ ນັກສຶກສາ ນັກຮຽນ ກໍປັບຕົວ ຕ້ອງປັບຕົວ ໃຫ້ມັນທັນ ຕໍ່ສະພາບ ແວດລ້ອມ".
ພ້ອມດຽວ ກັນນີ້ ທ່ານກໍວ່າ ຕຶກທີ່ ໃຊ້ຮຽນ ໃນ ປັຈຈຸບັນ ມີຫ້ອງຮຽນ ທັງໝົດ ປະມານ 20 ຫ້ອງ ແລະ ຕ້ອງໄດ້ ມີກາຣ ດັດແປງ ໃຫ້ເປັນ ຫ້ອງຮຽນ ຫ້ອງ ປະຕິບັຕ ແລະ ຫ້ອງພັກ ຂອງຄຣູ ອາຈາຣຍ໌ ຊຶ່ງກໍມີ ຄວາມຕ້ອງກາຣ ຢາກໄດ້ຕື່ມ ຫລາຍໆຫ້ອງ ໂດຽທາງ ໂຮງຮຽນ ກໍໄດ້ ຍຶ່ນຄຳຮ້ອງ ຂໍຕໍ່ທາງ ຣັຖບາລ ຫລາຍເທື່ອ ໄປແລ້ວ ແລະ ກໍບໍ່ໄດ້ ຮັບກາຣ ສນັບສນູນ ແຕ່ຢ່າງໃດ.
ເຈົ້າໜ້າທີ່ ປະຈໍາ ໂຮງຮຽນ ດັ່ງກ່າວ ໄດ້ແຈ້ງ ເພີ່ມວ່າ ນັກຮຽນ ທີ່ໄດ້ຮັບ ເຂົ້າຮຽນ ໃນສະຖານທີ່ ແຫ່ງນີ້ ໄປຈາກ ຫລາຍພື້ນທີ່ ຈຶ່ງເກີດ ມີບັນຫາ ທາງດ້ານ ທີ່ພັກພາ ອາສັຍ ຕລອດຮອດ ບັນຫາ ກາຣຂາດແຄນ ໜັງສື ແລະ ອຸປກອນ ກາຣຮຽນ ກາຣສອນ ຕ່າງໆ ທີ່ຕ້ອງກາຣ ຢ່າງຫລວງຫລາຍ ເຊັ່ນກັນ ຈົນເທົ່າ ປັຈຈຸບັນ.