ພະມ່າແລະລາວ ປູກຝິ່ນເພີ້ມຂຶ້ນ

ຫ້ອງການ ຢາເສພຕິດ ແລະ ອາສຍາກັມ ສະຫະ ປະຊາຊາດ ຫລື UNODC ໄດ້ເປີດເຜີຍ ໃນວັນ ພຣະຫັດ ທີ 15 ທັນວາ 2011 ວ່າ ພື້ນທີ່ດິນ ທີ່ໃຊ້ ສໍາລັບ ປູກຝິ່ນ ໃນເອເຊັຍ ຕາເວັນອອກ ສ່ຽງໃຕ້ ໄດ້ ເພີ້ມຂຶ້ນ 16 ສ່ວນຮ້ອຍ ໃນປີ 2011 ນີ້, ຍ້ອນວ່າ ຄົນປູກຢາ ຝິ່ນຢູ່ ພະມ່າ ແລະ ລາວ ເລັ່ງປູກ ຢາຝິ່ນ ເພາະໄດ້ ຣາຄາ ດີ.
ໂພໄຊສວັດ
2011.12.19

ກົດຟັງສຽງ

ເຈົ້າໜ້າທີ່ ຈາກ ອົງການ UNODC ກ່າວວ່າ ພະມ່າ ເປັນ ປະເທດ ທີ່ຜລິດ ຢາຝິ່ນ ຫລາຍເປັນທີ 2 ຮອງຈາກ ອັຟການິສຖານ ແລະ 96 ສ່ວນຮ້ອຍ ຂອງ ຝິ່ນ ໃນພູມີພາກ ມາຈາກ ພະມ່າ. ຄາດວ່າ ພະມ່າ ໄດ້ ຜລິດຝິ່ນ ຮອດ 610 ຕັນ ພາຍໃນ ປີ 2011 ຊຶ່ງ ເປັນຈໍານວນ 10 ສ່ວນຮ້ອຍ ຂອງ ການຜລິດ ທັງໝົດ ຂອງໂລກ, ສ່ວນລາວ ຜລິດໄດ້ ພຽງແຕ່ 25 ຕັນ.

ມູນຄ່າ ຂອງ ຝິ່ນຈາກ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ມີມູນຄ່າ ປະມານ 319 ລ້ານ ໂດລາ ສະຫະຣັຖ, 275 ລ້ານ ມາຈາກ ພະມ່າ, ແຕ່ ສໍາລັບ ປີນີ້ ອັຟການິສຖານ ສາມາດ ຜລິດໄດ້ 1 ຕື້ ກັບ 400 ລ້ານໂດລາ ສະຫະຣັຖ.

ຜູ້ຕາງໜ້າ ອົງການ UNODC ປະຈໍາ ເອເຊັຍ-ປາຊີຝິກ ທ່ານ Gary Lewis ກ່າວວ່າ ຝິ່ນ ຈາກ ປະເທດ ພະມ່າ ສ່ວນໃຫຍ່ ມາຈາກ ຮັຖ Shan ພາກເໜືອ ຂອງ ປະເທດ. ທ່ານກ່າວ ໃນຕອນ ນຶ່ງວ່າ:

ຕາມການ ສໍາຣວດ ສາເຫດ ທີ່ຊຸກຍູ້ ໃຫ້ມີການ ປູກຝິ່ນ ຫລາຍ ເພີ້ມຂຶ້ນ ແມ່ນ ສະພາບການ ຂາດແຄນ ອາຫານ ການກິນ, ຄວາມທຸກຍາກ ຂາດເຂີນ, ການຂັດແຍ່ງ ສູ້ຮົບກັນ ໃນບາງພື້ນທີ່ ຂອງ ພະມ່າ ເຮັດໃຫ້ ຄົນອຶດຢາກ, ນອກຈາກນັ້ນ ກໍຣາຄາ ຢາຖິ່ນ ທີ່ ສູງຂຶ້ນ.

ອົງການ UNODC ເປີດເຜີຍ ອີກວ່າ ຣາຄາ ຝິ່ນ ໃນ ພະມ່າ ເພີ້ມຂຶ້ນ ຈາກ 350 ໂດລາ ສະຫະຣັຖ ຕໍ່ ກິໂລກຣັມ ເປັນ 450 ໂດລາ ໃນປີ 2010. ສ່ວນຢູ່ລາວ ແລະ ໄທ ສູງຮອດ 1,600 ໂດລາ ແລະ 1,400 ໂດລາ ຕາມລໍາດັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.