ເຈົ້າຫນ້າທີ່ໄດ້ອອກການ ຍ້ອນເປັນຄຣິສຈຽນ
2012.06.25
ໃນມື້ວັນທີ 14 ມີຖຸນາ ຜ່ານມາ ທີ່ບ້ານນາເລົາ ເມືອງພິນ ແຂວງ ສວັນນະເຂດ ທາງການແຂວງ ໄດ້ປົດເຈົ້າຫນ້າທີ່ ຮັກສາ ຄວາມສງົບ ເຂດບ້ານ ທີ່ລາວໄດ້ ເຮັດວຽກ ດັ່ງກ່າວ ມາເປັນເວລາ ຫລາຍປີ ອອກຈາກ ຫນ້າທີ່ ສາເຫດ ເປັນຍ້ອນ ລາວເຊື່ອຖື ສາສນາ ຄຣິສຈຽນ. ດັ່ງຊາວຄຣິສຕຽນ ອີກຄົນນື່ງ ເວົ້າວ່າ:
"ມີ ຍ້ອນເຊື່ອ ພຣະເຢຊູ ທາງການເຂົາ ຮູ້ຈັກ ເຂົາກໍບໍ່ໃຫ້ ເປັນຜູ້ຮັກສາ ຄວາມສງົບ ທະຫານບ້ານ ເຂົາເຊື່ອ ພຣະເຢາຊູ ເຂົາກໍຖືກ ໃຫ້ອອກ ເຂົາເປັນທະຫານ ມາຫລາຍ ປີແລ້ວ".
ຊາວຄຣິສຈຽນລາວ ຄົນນີ້ ກ່າວຕໍ່ໄປວ່າ ຜູ້ກ່ຽວ ແຕ່ກ່ອນຖືຜີ ແຕ່ຄອບຄົວ ແລະ ຍາດພີ່ນ້ອງ ປ່ຽນມາຖື ສາສນາ ຄຣິສຈຽນ ແລະ ການຊື່ຖືຜີ ໃນປັດຈຸບັນ ນີ້ ກໍຖືກປະຖິ້ມ ມາດົນ ແລ້ວ ຄອບຄົວ ຂອງລາວ ກໍບໍ່ ປະກອບພິທີ ນັບຖືຜີ ໃນແຕ່ລະປີ ລາວຈື່ງ ປ່ຽນມາຖື ສາສນາ ຄຣິສຈຽນ ແບບດຽວກັນ ກັບຍາດພີ່ນ້ອງ ແລະຄອບຄົວ ຂອງລາວ ຈື່ງຖືກໃຫ້ ອອກຈາກຫນ້າທີ່ ການເປັນ ທະຫານ ຮັກສາບ້ານ. ແຕ່ທາງການ ເມືອງພີນ ປະຕິເສດ ຕໍ່ການຕູ່ຫາ ດັ່ງກ່າວ. ເຈົ້າຫນ້າທີ່ ເມືອງພິນ ທ່ານນື່ງເວົ້າວ່າ:
"ບໍ່ແມ່ນ ບໍ່ແມ່ນດອກ ບໍ່ໄດ້ປົດຫຍັງ ກໍບ້ານນາເລົາ ກໍຂື້ນກັບ ເມືອງພີນ ທຳງານຮ່ວມກັນ ແຕ່ຄວາມເຊື່ອ ສາສນາ ບໍ່ເປັນຫຍັງ ເຂົາເຮັດໄດ້ ຖ້າເຊື່ອຖື ເຂົ້າໄດ້ ຫມົດ ບໍ່ໄດ້ ຈຳແນກ".
ຊາວຄຣິສຈຽນ ຫລາຍຄົນ ທີ່ເມືອງພີນ ຕ້ອງການຢາກໃຫ້ ຫນ່ວຍງານ ທີ່ກ່ຽວຂ້ອງ ທາງສາສນາ ເຂົ້າມາເບີ່ງແຍງ ພວກຂະເຈົ້າ ເພາະວ່າ ຫລາຍສີ່ງ ຫລາຍຢ່າງ ທີ່ເກີດຂື້ນ ກັບ ຊາວຄຣິສຈຽນ ໃນບາງຫມູ່ບ້ານ ທີ່ເມືອງພີນ ຍັງບໍ່ມີ ຄວາມ ຍຸທຕິທັມ ແລະ ປະຊາຊົນ ຜູ້ທີ່ນັບຖື ສາສນາ ຄຣິສຈຽນ ຄວນໄດ້ຮັບ ສິດທິ ທາງສາສນາ ເທົ່າທຽມກັບ ຄົນອື່ນໆ ທີ່ນັບຖື ສາສນາ ອື່ນ.