ບັນຫາສໍ້ຣາສ ພັກ-ຣັດ ບໍ່ມັກເວົ້າເຖີງ

ໃນກອງປະຊຸມ ທາງການ ຂອງຄະນະ ຜູ້ນໍາລາວ ແຕ່ລະຄັ້ງ ບໍ່ມີຜູ້ໃດ ກ້າເວົ້າ ກ່ຽວກັບ ການສໍ້ຣາສ ບັງຫລວງ.
ສິດນີ
2012.11.27

ນັກວິຊາການ ລາວ ທ່ານນື່ງເວົ້າວ່າ ໃນກອງປະຊຸມ ຂອງທາງການລາວ ໃນແຕ່ລະຄັ້ງ ບໍ່ມີຜູ້ໃດ ກ້າເວົ້າ ກ່ຽວກັບ ການສໍ້ຣາສ ບັງຫລວງ ຂອງ ເຈົ້າຫນ້າທີ່ ພະນັກງານ ຣັຖ ເຖິງແມ່ນວ່າ ບັນຫາ ການສໍ້ຣາສ ບັງຫລວງ ຈະເປັນຫົວຂໍ້ ທີ່ກ່າວເຖິງ ກັນຫລາຍ ໃນສັງຄົມລາວ ທັງຈາກຫາງສຽງ ຂອງປະຊາຊົນ ແລະ ຂອງເຈົ້າຫນ້າທີ່ ຣັຖເອງ ແຕ່ກໍບໍ່ມີການ ເວົ້າກັນ ໂດຍກົງ ໃນທີ່ປະຊຸມ. ທ່ານກ່າວ ໃນຕອນນື່ງວ່າ:

"ບໍ່ເວົ້າດອກ ເພາະເຣືື້ອງເວົ້າ ເປັນພັກດຽວ ເຂົາຈະບໍ່ ເປີດເຜີຍ ຖ້າຜູ້ໃດຊີ່ ເປີດເຜີຍ ໃນເຣື້ອງນີ້ ຕົວເຂົາເອງ ຊີ່ມີບັນຫາ ເຂົາກໍຮັກສາ ຊີວີດຂອງເຂົາ ຖ້າເຂົາເວົ້າ ຖືກເປົ້າ ທີ່ຂັ້ນເທີງ ວາງກຳນົດໄວ້ ຖາມວ່າມັນຖືກ ຕາມຂໍ້ກົດຫມາຍ ທີ່ວາງໄວ້ບໍ ບໍ່ຖືກ ໃນດ້ານ ຄໍຣັບຊັ້ນ ຕ່າງໆ ເຂົາເຮັດໄດ້ ເພາະວ່າຖ້າ ຜູ້ໃຫຍ່ ເຮັດຜິດກົດຫມາຍ ເຂົາກໍເຮັດໄດ້".

ທ່ານກ່າວ ຕໍ່ໄປວ່າ ການຄໍຣັບຊັ້ນ ຈະເຮັດກັນ ເປັນຂະບວນການ ໂດຍຈະມີ ຜູ້ໃຫຍ່ ຄອຍອຳນວຍ ຄວາມສະດວກໃຫ້ ຈື່ງເຮັດໃຫ້ ພະນັກງານ ຊັ້ນຜູ້ນ້ອຍ ບໍ່ກ້າເວົ້າ ກ້າປາກ ເພາະບໍ່ຢາກໃຫ້ຕົນ ໄດ້ຮັບຄວາມ ເດືອດຮ້ອນ ການຄໍຣັບຊັ້ນ ໃນລາວ ຍັງແພ່ລາມ ຫລາຍຢູ່ ເພາະມີການປົກຄອງ ໂດຍພັກດຽວ ບໍ່ມີຜູ້ໃດກ້າ ທ້າທາຍໄດ້.

ໃນຂະນະດຽວກັນ ປະຊາຊົນ ສ່ວນໃຫຍ່ ກໍເຫັນພ້ອມກັບ ນັກວິຊາການ ທ່ານນີ້ ທີ່ວ່າ ບໍ່ມີຜູ້ໃດ ກ້າເວົ້າກ່ຽວກັບ ການສໍ້ຣາສ ບັງຫລວງ ຂອງເຈົ້າຫນ້າທີ່ຣັຖ ເພາະຢ້ານ ວ່າບໍ່ປອດພັຍ ທີ່ອາຈເກີດຂື້ນ ກັບຕົນ ແລະຄອບຄົວ ດັ່ງຄົນລາວ ທ່ານນື່ງເວົ້າວ່າ:

"ກໍຄືຊີ່ບໍ່ມີດອກ ເວົ້າຢູ່ຫັ້ນ ຢູ່ຫນີ້ ຫັ້ນມີ ແຕ່ເວົ້າຢູ່ໃນ ວົງການຂະເຈົ້າ ບໍ່ກ້າເວົ້າ ຢູ່ພາຍນອກ ເວົ້າມ່ວນ ເວົ້າຫຍັງກັນ ແຕ່ວ່າເວລາ ຢູ່ໃນກອງປະຊຸມ ນັ້ນບໍ່ກ້າເວົ້າ ເພາະວ່າ ສປປລາວ ເປັນພັກດຽວ ຜູ້ດຽວ ໄປຂັດຫລາຍຄົນ ມັນກໍຍາກຢູ່".

ຄົນລາວ ທ່ານນີ້ ກ່າວຕໍ່ໄປວ່າ ເຖິງແມ່ນວ່າ ໃນສປປລາວ ຈະມີ social media ຫລື ການສົນທະນາ ກັນໃນເຄືອຂ່າຍ ອິນເຕີແນັດ ແຕ່ກໍເຮັດຫຍັງ ບໍ່ໄດ້ຫລາຍ ເພາະ ບໍ່ມີຜູ້ໃດ ກ້າອອກຂໍ້ຄວາມ ໃນເຄືອຂ່າຍ ອິນເຕິແນັດ ປະນາມ ຣັຖບານ ເພາະຢ້ານຖືກຈັບກຸມ ຖ້າກວດພົບ. ຄົນລາວ ສ່ວນໃຫຍ່ ກໍໂອ້ລົມກັນ ໃນເລື້ອງ ທັມມະດາ ຫລາຍກວ່າ ເຣື້ອງການເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.