ການຂຸດແຮ່ທາຕຂອງລາວ ໃນອະນາຄົດ
2012.10.26
ທ່ານ ທອງສິງ ທັມມະວົງ ນາຍົກຣັຖມົນຕຣີ ສປປ ລາວ ໄດ້ປະກາດ ຕໍ່ກອງປະຊຸມ ສະພາແຫ່ງຊາດ ຊຸດທີ 7 ໃນວັນທີ 25 ມີຖຸນາ 2012 ວ່າ ຣັຖບານລາວ ຈະບໍ່ອະນຸຍາດ ຫລື ພິຈາຣະນາ ໃຫ້ກຸ່ມຄົນ ຫລືນິຕິບຸກຄົນໃດ ຍື່ນຫນັງສື ໃນໂຄງການພັທນາ ບໍ່ແຮ່ ໃນລາວ ແລະການ ປູກຢາງພາລາ ຫລືປູກຕົ້ນໄມ້ ເສຖກິດ ປະເພດຕ່າງໆ ໃນທົ່ວປະເທດ.
ຫລັງຈາກນັ້ນ ບໍ່ດົນ ກະຊວງພລັງງານ ແລະບໍ່ແຮ່ ສປປລາວ ກໍມີລາຍງານ ແຈ້ງມາວ່າ ເທົ່າເຖິງ ປັດຈຸບັນນີ້ ມີບັນດານັກລົງທຶນ ທັງໃນ ແລະຕ່າງປະເທດ ໄດ້ເຊັນສັນຍາ ກັບຣັຖບານ ເພື່ອຂຸດຄົ້ນ ແລະສ້າງໂຮງງານ ແຍກແຮ່ທາດ ໃນລາວ ເຖິງ 61 ບໍຣິສັດ ທີ່ປະກອບດ້ວຍ 97 ກິຈການ ບໍ່ແຮ່. ສຳລັບແຜນການ ຣະຫວ່າງປີ 2013 - 2015 ຈະມີ 4 ບໍຣິສັດ ເຂົ້າມາລົງທຶນ ຂຸດຄົ້ນແຮ່ທາດ ໃນພື້ນທີ່ ປະມານ 3,870 ເຮັກຕາ. ດັ່ງນັ້ນພາຍໃນ 2-3 ປີ ຂ້າງຫນ້າ ກິຈກັມບໍ່ແຮ່ ໃນລາວ ຈະກວມເອົາເນື້່ອທີ່ ໃນທົ່ວ ປະເທດເຖິງ 2 ລ້ານ 2 ແສນ ເຮັກຕາ ຫລືເທົ່າກັບ 1.16% ຂອງພື້ນທີ່ ທັງຫມົດ ໃນທົ່ວປະເທດ.
ໃນເມື່ອມໍ່ໆມານີ້ ອົງການຈອກເມກ ( JOGMEG) ກໍໄດ້ສເນີໃຫ້ ກະຊວງພລັງງານ ແລະບໍ່ແຮ່ ສປປລາວ ໃຫ້ຕັ້ງກົດຣະບຽບ ການຄຸ້ມຄອງ ທຸຣະກິດ ບໍ່ແຮ່ ໃຫ້ຮັດກຸມ ຫລາຍກວ່າເກົ່າ ເນື່ອງຈາກວ່າ ຜົລກະທົບ ຈາກໂຄງການບໍ່ແຮ່ ບໍ່ພຽງຈະເກີດຂື້ນ ໃນຊ່ວງ ທີ່ມີການຂຸດຄົ້ນ ເທົ່ານັ້ນ ຍັງຈະເກີດຂືື້ນ ຫລັງຈາກ ປິດກິຈການບໍ່ແຮ່ ນຳອີກ ແລະ ເທົ່າທີ່ຜ່ານມາ ເຖິງແມ່ນວ່າ ທາງການລາວ ຈະມີກົດຣະບຽບ ຕ່າງໆນານາ ໃນການຄຸ້ມຄອງ ບໍ່ແຮ່ ກໍຕາມ ແຕ່ກໍຍັງບໍ່ຮັດກຸມ ເທົ່າທີ່ຄວນ.
ໃນປັດຈຸບັນ ບໍ່ແຮ່ ທີ່ມີການຂຸດຄົ້ນ ແລະ ສຳຣວດແລ້ວ ຫລາຍແຫ່ງ ຍັງບໍ່ໄດ້ ໃຫ້ການບຳບັດ ສີ່ງແວດລ້ອມ ທີ່ໄດ້ຮັບ ຄວາມເສັຽຫາຍ ຈາກການຂຸດຄົ້ນ ນັ້ນແຕ່ຢ່າງໃດ. ແລະ ທາງການລາວ ຍັງສືບຕໍ່ ໃຫ້ສຳປະທານ ໃນການຂຸດແຮ່ທາດ ໃນລາວຢູ່.